ສຸດສະເທືອນໃຈ! ແມ່ຄ້າໂຊກຮ້າຍໜີຝົນເຂົ້າກ້ອງຕົ້ນໝາກຂາມ ແຕ່ພາຍຸມາແຮງພັດຕົ້ນໄມ້ລົ້ມທັບດັບຄາທີ່

ເລື່ອງທີ່ແອັດມິນຈະນໍາມາສົ່ງຕໍ່ເຕືອນເປັນອຸທາຫອນໃຫ້ທຸກທ່ານໄດ້ຮັບຟັງໃນມື້ນິ້ເປັນເລື່ອງສຸດເສົ້າຂອງແມ່ຄ້າຫາເຊົ້າກິນຄໍ່າ ເຊິ່ງເກີດຂຶ້ນຢູ່ປະເທດໄທ, ເລາະຂາຍໄສ້ກອກໝົດມື້ ຝົນຕົກຮໍາຈຶ່ງມາຈອດລົດລີ້ຝົນຢູ່ກ້ອງຕົ້ນໝາກຂາມ ແຕ່ໂຊກຮ້າຍລົມພັດແຮງຕົ້ນໝາກຂາມຫັກທັບຮ່າງຄາລົດຈັກທີ່ຂີ່ມາ.

.

ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 11 ກໍລະກົດ 2020 ຢູ່ທີ່ ບ້ານມາບຕະໂກ, ໝູ່ 1 ຕໍາບົນມາບຕະໂກເອນ, ອໍ່ເພີຄອນບຸຣີ, ຈັງຫວັດນະຄອນຣາດຊສີມາ ໂດຍບ່ອນເກີດເຫດ ພົບຕົ້ໜໝາກຂາມຂະໜາດໃຫຍ່ຍັກອາຍຸປະມານ 40 ປີ ໂຄ່ນທັບຮ່າງແມ່ຕູ້ສົມຊື່ນ ອາຍຸ 61 ປີ ແມ່ຄ້າເລາະຂາຍໄສ້ກອກ ໂດຍທີ່ແມ່ຕູ້ຍັງຄາຢູ່ລົດຈັກ ເຊິ່ງພາບດັ່ງກ່າວສ້າງຄວາມສະຫຼົດໃຈໃຫ້ແກ່ຜູ້ພົບເຫັນເປັນຢ່າງຍິ່ງ.

.

ພາຍຫຼັງເຫດການດັ່ງກ່າວເຈົ້!ໜ້າທີ່ກູ້ໄພກໍ່ເລັ່ງຊ່ວຍເຫຼືອລະດົມກໍາລັງໃຊ້ເລື່ອຍຕັດຕົ້ນໄມ້ເພື່ອນໍາຮ່າງແມ່ຕູ້ອອກມາ ເຊິ່ງໃຊ້ເວລາເຖິງ 30ນາທີ່ກວ່າຈະບັນລຸພາລະກິດ.

ແນວໃດກໍ່ຕາມແອັດມິນຂໍສະແດງຄວາມເສຍໃຈຕໍ່ເຫດການທິ່ເກີດຂຶ້ນ ແລະ ຂໍໃຫ້ທຸກຄົນຖືເອົາເລື່ອງລາວດັ່ງກ່າວເປັນອຸທາຫອນ ມີສະຕິລະວັງຕົວ ຫາກມີຟ້າລົມຝົນຕົກ ຫຼື ລົມພັດແຮງ ຢ່າໄປຢູ່ໃກ້ຕົ້ນໄມ້ໃຫຍ່ເດັດຂາດ.