ຈັບ 2 ຄົນລາວ ຂົນຢາໄອ ເຂົ້າປະເທດກຳປູເຈຍ

ລາຍງານ 12 ກໍລະກົດ 2020, ເຈົ້າໜ້າທີ່ກອງກຳລັງພິເສດ A9 ຂອງກົມປ້ອງກັນ ແລະ ປາບປາມຢາເສບຕິດກຳປູເຈຍ ຮ່ວມກັບເຈົ້າໜ້າທີ່ຕຳຫຼວດແຂວງຊຽງແຕງ ໄດ້ຈັບກຸມຄົນລາວ 2 ຄົນ ທີ່ຫຼັກລອບຄົນຢາໄອເກືອບ 6 ກິໂລກຣາມເຂົ້າປະເທດ ເມື່ອວັນທີ 11 ກໍລະກົດ ທີ່ຜ່ານມາ.

ເຊິ່ງຄົນລາວ 2 ຄົນທີ່ຖືກຈັບກຸມຊື່ທ້າວ ສຸບັນ ອາຍຸ 32 ປີ ຄົນບ້ານນາແສງຄຳ ເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ຈັນດີ ອາຍຸ 31 ປີ ຄົນບ້ານພຽງຫຍ້າ ເມືອງຮຸນ ແຂວງອຸດົມໄຊ

ເຈົ້າໜ້າທີ່ຍຶດຄອງກາງໄດ້ເປັນຢາໄອ ຈຳນວນ 6 ຫໍ່, ນ້ຳໜັກ 5,986.29 ກຣາມ ເຊິ່ງທັງສອງຈະຖືກສົ່ງໄປຫ້ອງການຕຳຫຼວດແຂວງຊຽງແຕງ ເພື່ອດຳເນີນຄະດີຕາມກົດໝາຍກຳປູເຈຍໃນຂັ້ນຕໍ່ໄປ.