ໜຸ່ມຫວຽດນາມມັກກິນຊານົມໄຂ່ມຸກ ຜ່າຕັດພົບກ້ອນແປ້ງອຸດຕັນລຳໄສ້ ແພດບອກອາດເປັນກ້ອນອາຈົມອັດແໜ້ນ

ໜຸ່ມຫວຽດນາມເຈັບທ້ອງ 20 ມື້ ແພດຜ່າພົບເຫັນກ້ອນແປ້ງ ອຸດຕັນລຳໄສ້, ຄົນເຈັບຍອມຮັບ ດື່ມ “ຊານົມໄຂ່ມຸກ” ແທນອາຫານ 3 ຄາບ. ດ້ານແພດໄທບອກ! ໄຂ່ມຸກບໍ່ໜ້າຈະເຮັດໃຫ້ເກີດ ການອຸດຕັນໃນລຳໄສ້ໄດ້ ຍົກເວັ້ນຜູ້ທີ່ກິນ ມີພະຍາດທີ່ຜິດປົກກະຕິຢູ່.

ສຳນັກຂ່າວຫວຽດນາມລາຍງານວ່າ ມີຊາຍຫວຽດນາມ ໄວ 20 ປີ ເຈັບທ້ອງຮຸນແຮງ ຈົນຕ້ອງເຂົ້າຮັບການຮັກສາ ທີ່ໂຮງໝໍ ເຊິ່ງແພດພົບການອຸດຕັນ ຂອງອາຫານໃນລຳໄສ້ ເມື່ອຜ່າອອກມາ ກໍ່ພົບກ້ອນແປ້ງ ມັນຕົ້ນສີຂຽວດຳ ຂະໜາດໃຫຍ່ 2 ກ້ອນ ຈຶ່ງສອບຖາມຜູ້ປ່ວຍ ໃນເວລາຕໍ່ມາ ແລະ ຮູ້ວ່າຊາຍຄົນດັ່ງກ່າວ ເຄີຍເຮັດວຽກທີ່ຮ້ານຂາຍຊານົມໄຂ່ມຸກ ເລີຍເລືອກດື່ມຊານົມໄຂ່ມຸກ ແທນເຄື່ອງດື່ມອື່ນໆ ກ່ອນ ຈະປ່ຽນເປັນດື່ມຊານົມໄຂ່ມຸກ ພຽງແຕ່ຢ່າງດຽວ ແທນອາຫານທັງ 3 ຄາບ.

ລາຍງານເປີດເຜີຍອີກວ່າ ຊາຍຄົນດັ່ງກ່າວ ເລີ່ມເຈັບທ້ອງ ຕັ້ງແຕ່ກາງເດືອນ ກໍລະກົດທີ່ຜ່ານມາ ແລະ ປວດມາດົນ 20 ມື້ ກ່ອນອາການຈະຊຸດລົງຈົນບໍ່ອາດທົນຕໍ່ໄປໄດ້ ຄອບຄົວເລີຍຕັດສິນໃຈ ພາໄປໂຮງໝໍ ໃນວັນທີ 19 ສິງຫາທີ່ຜ່ານມາ.

ຫຼັງການກວດພິຈາລະນາໃນເບື້ອງຕົ້ນ ແພດລະບຸວ່າ ມີພາວະອຸດຕັນໃນລຳໄສ້ ເນື່ອງຈາກເສດຕົກຄ້າງຂອງອາຫານທີ່ບໍ່ຍ່ອຍ ລົງໄປຮວມຕົວກັນໃນລຳໄສ້ ແລະ ທັບຖົມກັນຈົນກາຍເປັນ ກ້ອນແຂງສົ່ງຜົນໃຫ້ ແພດຕ້ອງຜ່າຕັດນຳກ້ອນປິດສະໜາ ທີ່ມີລັກສະນະແຂງ 2 ກ້ອນ ອອກຈາກລຳໄສ້ ເຊິ່ງຕໍ່ມານຳ ໄປກວດສອບ ແລະ ພົບວ່າ ມີສ່ວນປະກອບຂອງແປ້ງມັນຕົ້ນ.

ໂດຍກ່ອນໜ້ານີ້ ເຄີຍມີກໍລະນີ ທີ່ກາຍເປັນກະແສ ຖົກຖຽງຫຼັງ ມີລາຍງານຂ່າວວ່າ ເດັກຍິງຈີນ ໄວ 14 ປີ ມີພາວະລຳໄສ້ອຸດຕັນ ເພາະໄຂ່ມຸກຈາກຊານົມ ທີ່ດື່ມເຂົ້າໄປພ້ອມເປີດເຜີຍ ພາບຊີທີສະແກນ ບໍລິເວນທ້ອງໂດຍລະບຸວ່າ ກະເພາະ ແລະ ລຳໄສ້ໃຫຍ່ ຮວມທັງທະວານໜັກຂອງເດັກ ເຕັມໄປດ້ວຍໄຂ່ມຸກທີ່ບໍ່ຍ່ອຍ.
ຕໍ່ມາ ແພດຊາຍ ນະຣິນ ອະຈະລະນັນ ສາຂາວິຊາ ພະຍາດທາງເດີນອາຫານ ແລະ ຕັບ ພາກວິຊາອາຍຸລະສາດ ຄະນະແພດສາດ ໂຮງໝໍ ຣາມາທິບໍດີ ມະຫາວິທະຍາໄລ ມະຫິດົນ ຂອງໄທ ອອກມາໃຫ້ຄວາມ ຮູ້ ຈາກກໍລະນີດັ່ງກ່າວວ່າ ອາດບໍ່ແມ່ນເລື່ອງແທ້.

ໂດຍໃຫ້ເຫດຜົນວ່າ ຊານົມໄຂ່ມຸກ ຄຸນສົມບັດເປັນແປ້ງ ແຕ່ພາບ ເອັກສະເຣ ທີ່ເຫັນ ເປັນສີຂາວ ໂດຍທົ່ວໄປ ສິ່ງທີ່ເຫັນເປັນສີຂາວໄດ້ ຈະຕ້ອງມີຄວາມແຂງພໍສົມຄວນ ເຊັ່ນ: ກະດູກ, ໂລຫະບາງຢ່າງ ຫຼື ອາຈົມ ທີ່ອັດແໜ້ນ.

ສ່ວນອີກເຫດຜົນຄື ເມັດຂອງຊານົມ ເປັນແປ້ງມັນຕົ້ນ ເຊິ່ງຈະຍ່ອຍຕັ້ງແຕ່ ລຳໄສ້ນ້ອຍ ຈຶ່ງບໍ່ມີເຫດທີ່ເຫັນ ໃນລັກສະນະ ຂອງເມັດໄຂ່ມຸກຕາມຟີມເອັກສະເຣ ແຕ່ໜ້າຈະເປັນລັກສະນະ ຂອງອາຈົມທີ່ອັດແໜ້ນຫຼາຍກວ່າ. ໄຂ່ມຸກບໍ່ໜ້າເຮັດໃຫ້ເກີດການອຸດຕັນໃນລຳໄສ້ໄດ້ ຍົກເວັ້ນຜູ້ທີ່ກິນ ມີພະຍາດທີ່ຜິດປົກກະຕິຢູ່ ເຊັ່ນ: ລຳໄສ້ນ້ອຍຕີບຕັນ ຈາກພັງຜືດ, ຈາກກ້ອນ ຫຼື ຈາກບາດແຜບາງຢ່າງ ທີ່ກົດລຳໄສ້.