ໂສມໜ້າເປົ້າໝາຍຂ້າ 4 ສົບປຸ້ນຊັບຢູ່ເມືອງຕົ້ນເຜີ້ງ

ໃນວັນທີ 7 ກໍລະກົດ 2020, ຄົນຮ້າຍໃຊ້ປືນສັ້ນກໍ່ເຫດປຸ້ນຊັບ ຢູ່ເຮືອນເຊົ່າບ້ານຄ້ວານເກົ່າ ເຂດຄາຊີໂນ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ; ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 1 ຄົນ; ພາຍຫຼັງເກີດເຫດ, ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີໄປພ້ອມເມຍ ແລະ ຖືກຈັບໄດ້ໃນວັນຕໍ່ມາ.

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເວລາ 20:30 ໂມງຂອງວັນທີ 7 ກໍລະກົດ ໄດ້ມີຄົນຮ້າຍ ຊື່: ທ້າວ ຢິນອາເຊິງ ອາຍຸ 58 ປີ, ສັນຊາດຈີນ ໄດ້ນໍາໃຊ້ມິດ ແລະ ປືນສັ້ນ 9 ມມ ຍິງຄົນສັນຊາດດຽວກັນ ເຮັດໃຫ້ມີຜູ້ເສຍຊີວິດ ຄາທີ່ 4 ຄົນຄື: ທ້າວ ໂຮຊິນຫຼົງ ອາຍຸ 33 ປີ, ທ້າວ ລີຟູກາງ ອາຍຸ 33 ປີ, ທ້າວ ຢາງຝິງຊາ ອາຍຸ 31 ປີ ແລະ ທ້າວ ຫຼີວຢູ່ຊິນ ອາຍ 33 ປີ. ນອກນີ້, ຍັງມີ ນາງ ຢູລີລີ ອາຍຸ 34 ປີ ໄດ້ຮັບບາດເຈັບ. ຫຼັງກໍ່ເຫດ, ຈາກນັ້ນ ຜູ້ກໍ່ເຫດກໍໄດ້ເອົາຕົວຫຼົບໜີ.

ຮອດເວລາປະມານ 10:00 ໂມງ ຂອງັວນທີ 8 ກໍລະກົດ 2020, ໄດ້ສືບຮູ້ວ່າ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີມາທາງບ້ານນໍ້າເກິ່ງ, ເຈົ້າໜ້າທີ່ຕໍາຫຼວດ, ທະຫານ ແລະ ລປພ ປະຈໍາຄາຊີໂນ ໄດ້ສົມທົບກັນຕິດຕາມເປົ້າໝາຍ. ພໍຮອດມາຮອດບ້ານນໍ້າເກິ່ງໃໝ່, ເວລາປະມານ 12:30 ໂມງຂອງວັນດຽວກັນ, ໄດ້ພົບເຫັນລົດເປົ້້າໝາຍຈອດຢູ່ຂ້າງອູ່ສ້ອມແປງລົດໃຫຍ່. ເຈົ້າໜ້າທີ່ໄດ້ຈອດລົດ ປິດລ້ອມສະຖານທີ່ດັ່ງກ່າວ ພ້ອມທັງຈະເຂົ້າໄປກວດກາ, ແຕ່ເປົ້າໝາຍໄດ້ຕິດຈັກລົດ ພ້ອມທັງຍົກປືນໃສ່ຈະຍິງຕໍ່ສູ່ກັບເຈົ້າ ສົ່ງຜົນໃຫ້ເຈົ້າໜ້າທີ່ຕ້ອງຍິງປືນໃສ່ເປົ້າໝາຍ 1 ບາດ ໄດ້ຮັບບາດເຈັບ ກ່ອນເຂົ້າຈັບຕົວຜູ້ກ່ຽວ; ສ່ວນເມຍຂອງຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ ເຊິ່ງເຈົ້າໜ້າທີ່ກໍາລັງຕິດຕາມຕົວ.

ຜ່ານການກັກຕົວຄົນຮ້າຍ, ເຈົ້າໜ້າທີ່ສາມາດພົບເຫັນຂອງກາງຄະດີ ຄື: ປືນ 9 ມມ ຈໍານວນ 1 ກະບອກ ພ້ອມລູກປືນ 10 ລູກ, ອຸປະກອນເກັບສຽງປືນ 1 ອັນ ພ້ອມເງິນຈໍານວນ 807.600 ຢວນ, 58.500 ບາດ ແລະ ຊິບຄາຊີໂນຈໍານວນ 4 ອັນ ຕີເປັນມູນຄ່າ 112.000 ຢວນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວກເລັ່ງສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍເພື່ອຫາລາຍລະອຽດເພີ່ມເຕີມ.