ເຄນກໍ່ສ້າງສູງ 20 ແມັດ ຖະລົ່ມໃສ່ຫຼັງຄາບ້ານ ຕາຍຄາທີ່ 1 ຄົນ ທີ່ປະເທດອັງກິດ

ເດລີ່ເມລລາຍງານວັນທີ່ 9 ເດືອນ ກໍລະກົດ ປີ 2020 ເມື່ອເວລາ 14:00 ນາທີ ຂອງວັນພຸດທີ່ 8 ເດືອນ ກໍລະກົດ ປີ 2020 ຕາມເວລາທ້ອງຖີ່ນໃນປະເທດອັງກິດ ເກີດອຸບັດຕິເຫດ ເຄນກໍ່ສ້າງ ທີ່ມີຄວາມຢາວເກືອບ 20 ແມັດ ພັງຖະລົ່ມທັບໃສ່ອາພາດເມັນທີ່ກຳລັງກໍ່ສ້າງ ແລະ ພາດທະລຸຫຼັງຄາບ້ານ 2 ຫຼັງ

ໃນຫົນທາງ ຄອມຕັນໂຄສ ທາງຕາເວັນອອກຂອງ ກຸງ ລອນດອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ເປັນເພດຍິງ ແລະ ໄດ້ຮັບບາດເຈັບອີກ 4 ຄົນ ພ້ອມກັນນັ້ນຍັງມີຜູ້ສູນຫາຍອີກ 1 ຄົນ

ຄາດວ່າອາດຕິດຢູ່ໃນຊາກບ້ານໃນ 2 ຫຼັງ ສ່ວນສາເຫດຍັງຢູ່ລະຫວ່າງການສືບສວນ.

.

ຂ່າວຈາກ: khaosod