ດ່ວນ! ຈັບໄດ້ແລ້ວ 1 ຄົນ ເຫດຍິງປຸ້ນເງິນທີ່ບໍ່ແກ້ວ

ຕາມລາຍງານຄວາມຄືບໜ້າ ເລື່ອງຍິງປຸ້ນເງິນຢ່າງອົງອາດທີ່ເມືອງຕົ້ນເຜີ້ງແຂວງບໍ່ແກ້ວໃນມື້ວານນີ້ (8 ກໍລະກົດ 2020) ທີ່ຄາຊີໂນໂຄງການຄີງໂຣມັນ ໃນເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ແມ່ນເຈົ້າໜ້າທີ່ສາມາດນຳຈັບຜູ້ປຸ້ນມາໄດ້ 1 ຄົນ ພ້ອມເງິນທີ່ປຸ້ນໄປ.

ເຫດການຄັ້ງນີ້ແມ່ນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນເປັນຜູ້ຊາຍຈີນ ທັ້ງໝົດຂີ່ລົດຮອນດາຊີອາວີ ທະບຽນພາສາຈີນ A2FH96 ຖືກຍິງຈົນມຸ່ນ ຈາກນັ້ນຄົນຮ້າຍໄດ້ຊີງເງິນສົດທີ່ເປັນທະນະບັດໃບ 100 ຢວນນັບລ້ານຢວນໜີໄປ.

ລົດທີ່ຖືກຍິງ

ຕາມຂ່າວຈາກຄາຊີໂນເອງແຈ້ງວ່າ ຜູ້ເສຍຊີວິດທັງ 3 ຄົນເປັນຄົນຈີນໝົດ ແລະຖືກສັງຫານຫ້ອງພັກ ແລະຜູ້ກໍ່ເຫດກໍ່ເປັນຄົນຈີນ ຫຼັງກໍ່ເຫດໄດ້ຊີງເງິນໜີໄປພ້ອມລົດຮອນດາສີຂາວ ຫຼັງຈາກນັ້ນເຈົ້າໜ້າທີ່ໃນເມືອງຕົ້ນເຜິ້ງໄດ້ໄລ່ລ່າຕິດຕາມໄປທັນທີ່ບ້ານເກີ້ງໃຫຍ່ ຫ່າງຈາກບ່ອນຄາຊີໂນຄີງຣາມັນປະມານ 15 ກີໂລແມັດ ແລະສາມາດຈັບຄົນຮ້າຍມາໄດ້ 1 ຄົນ.

ປ້າຍທະບຽນລົດຂອງຜູ້ເສຍຊີວິດ

ຕາມສັນນິຖານໃນເບື້ອງຕົ້ນຄາດວ່າ ເຫດການສັງຫານໂຫດຄັ້ງນີ້ໜ້າຈະມາຈາກການຫຼິ້ນການພະນັນໃນວົງພະນັນ ແຕ່ຕອນນີ້ຄົນຮ້າຍໄດ້ຮັບບາດເຈັບ ແລະຖືກເຈົ້າໜ້າທີ່ທາງການລາວຈັບຕົວໄປສອບສວນແລ້ວ.

ດ້ານໃນຂອງລົດອີກຄັນ

ແຫຼ່ງຂ່າວຈາກ: Thairath.com.th