ຈີນ ເປີດທາງນ້ຳລົ້ນອ່າງເກັບນ້ຳຂະໜາດໃຫຍ່ຄັ້ງທຳອິດໃນຮອບ 9ປີ
ຂປລ.ຂ່າວຈາກ ຊິນຮວາຂອງຈີນ ເເມື່ອບໍ່ດົນມານີ້, ອ່າງເກັບນ້ຳ ແມ່ນ້ຳຊິນອັນ ຂອງຈີນ ເຊິ່ງເປັນໂຄງການ ຄວບຄຸມ ນ້ຳຖ້ວມ ທີ່ສຳຄັນ ບໍລິເວນຕົ້ນນ້ຳ ຂອງແມ່ນ້ຳ ຊຽນຖັງ ໄດ້ເປີດທາງນ້ຳລົ້ນ(spillway) ເປັນຄັ້ງທຳອິດ ໃນຮອບ 9ປີ ເພື່ອຫລຸດ ລະດັບ ນ້ຳຖ້ວມ.

ອ່າງເກັບນ້ຳ ຊິນອັນ ເປັນທີ່ຮູ້ຈັກ ທົ່ວໄປໃນຊື່ ທະເລສາບ ຊຽນເຕົ່າ ເປັນແຫລ່ງ ນ້ຳດື່ມຫລັກ ຂອງມົນທົນ ເຈີຈຽງ ທັງເຮັດໜ້າທີ່ ເປັນອ່າງເກັບນ້ຳ ແບບຍຸດທະສາດ ສຳລັບ ສາມຫລຽມ ປາກແມ່ນ້ຳ ແຍງຊີ ສ່ວນແມ່ນ້ຳ ຊຽນຖັງ ເປັນແມ່ນ້ຳ ໃຫຍ່ທີ່ສຸດ ໃນເຈີຈຽງງ ແລະ ເປັນທີ່ຂຶ້ນຊື່ ເລື້ອງປະກົດການ ຄື້ນທະເລໝູນ(tidal bore) ທີ່ໃຫຍ່ທີ່ສຸດ ໃນໂລກ.
ປີນີ້ ເຈີຈຽງ ໄດ້ຮັບຄວາມເສຍຫາຍ ຈາກຝົນຕົກໜັກ ລົງມາ ຢ່າງຕໍ່ເນື່ອງ ເປັນເວລາກວ່າ 1ເດືອນ ໂດຍມີປະລິມານ ຝົນສະສົມເຖິງ 455,1 ມິນລີແມັດ ສູງກວ່າ ຄ່າສະເລ່ຍ ກ່ອນໜ້ານີ້ ເຖິງ 51% ເມື່ອທຽບໃສ່ ໄລຍະດຽວກັນ.
ຮຽບຮຽງຂ່າວໂດຍ ສະໄຫວ