ຜົວເບິ່ງແຍງເມຍ ທີ່ນອນເປັນເຈົ້າຍິງນິດທາຫຼາຍກວ່າ 2,000 ມື້ ຫຼື 6ປີສຸດທ້າຍລາວກໍ່ຕື່ນຂຶ້ນມາອີກຄັ້ງ

ນີ້ຄືການລໍຄອຍທີ່ມີຄວາມຫວັງ ຫຼາຍຄົນອາດຍັງບໍ່ຮູ້ວ່າຜູ້ຊາຍຄົນນີ້ຕ້ອງນອນຮ້ອງໃຫ້ມາເປັນເວລາຫຼາຍມື້, ທ້າວຢວນອາຍຸ 61 ປີ ລາວໄດ້ເວົ້າທັງນໍ້າຕາເມື່ອລາວໄດ້ບິບມືນາງຈູຫົງ (ເມຍຂອງລາວ) ທີ່ໄດ້ຕື່ນຂຶ້ນມາອີກຄັ້ງຫຼັງຈາກທີ່ລາວໄດ້ນອນຫຼັບໄປເປັນເວລາດົນເຖິງ 6 ປີ

ເພາະລາວໄດ້ເກີດອຸບັດຕິເຫດທາງລົດຍົນຕະຫຼອດເວລາທີ່ຜ່ານມີຫຼາຍຄົນບອກໃຫ້ລາວທໍາໃຈ ແຕ່ທ້າວຢວນລາວກໍ່ບໍ່ເຄີຍຊິ້ນຫວັງທີ່ຈະລໍຖ້າເມຍຂອງລາວແລະໃນຕອນນີ້ລາວກໍ່ໄດ້ລາອອກຈາກວຽກເພື່ອມາເບິ່ງເມຍຂອງລາວທຸກໆມື້ເປັນເວລາ 5 ປີ ໂດຍທຸກໆ 3 ຊົ່ວໂມງ ລາວກໍ່ຈະພິກໂຕໃຫ້ກັບເມຍເທື່ອໜຶ່ງເພື່ອບໍ່ໃຫ້ເມຍມີແຜກົດທັບ

ຊື້ເຄື່ອງບົດອາຫານມາເພື່ອທີ່ຈະສາມາດປ້ອນອາຫານໃຫ້ກັບເມຍຂອງລາວຜ່ານທາງທໍ່ສົ່ງອາຫານໄດ້ ຈົນທ່ານໝໍເອງກໍ່ໄດ້ເວົ້າວ່າຄົນທີ່ອົດທົນສູ້ຊົນ ແລະ ເສຍສະລະເພື່ອເມຍໄດ້ແບບນີ້ກໍ່ນັບວ່າຫາຍາກແລ້ວແຕ່ມື້ນີ້ເມຍຂອງລາວກໍ່ໄດ້ຕື່ນຂຶ້ນມາອີກຄັ້ງ ພ້ອມກັບສາມາດເວົ້າໂຕ້ຕອບໄດ້ໃນທີ່ສຸດຄວາມພະຍາຍາມຕະຫຼອດຫຼາຍປີຂອງລາວກໍ່ກາຍເປັນຈິງໄດ້

ເລື່ອງນີ້ຈຶ່ງເຮັດໃຫ້ຊາວເນັດຈີນຕ່າງກໍ່ພາກັນມີນໍ້າຕາໄປຕາມໆກັນຫຼາຍຄົນຄອມເມັ້ນວ່າ ນີ້ລະຄືປະຕິຫານທີ່ເກີດຈາກຮັກແທ້ຂອງຄົນສອງຄົນທີ່ຮັກກັນແບບຈາກໃຈ ເຊິ່ງກໍ່ເປັນເລື່ອງທີໜ້າເສົ້າໃຈແລະຕື້ນຕັນໃຈຫຼາຍ.