ເຕືອນໄພເດີ ປະຊາຊົນຈັບໄດ້ໂຈນ ໃຊ້ລົດໃຫຍ່ເລາະລັກງົວແຖວວັງວຽງ

ແຂວງວຽງຈັນ: ລາຍງານປະຊາຊົນໃຫ້ຮູ້ວ່າ ຕອນສວຍຂອງວັນທີ 06 ກໍລະກົດ 2020 ໄດ້ເກີດເຫດມີໂຈນມາລັກເອົາງົວປະຊາຊົນ ຢູ່ບ້ານ ປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ.

ຕາມການລາຍງາານຂອງປະຊາຊົນວ່າ ໂຫດເກີນລັກກັນແບບທ້າທາຍຂະໜາດ ເຫດເກີດທີ່ເມືອງວັັງວຽງ, ບ້ານປາກເປາະ ເຊິ່ງຄົນຮ້າຍມານຳກັນເປັນກຸ່ມ, ຄົນໄທຊຽງຂວາງ ມັນໄດ້ເອົາລົດຮຸ່ນໄດ 2 ຄັນ ທະບຽນ ກຳແພງນະຄອນ ກທ 2935 , ທະບຽນ ຊຽງຂວາງ ກກ 3865 ມາຕ່າງໃສ່ລົດແບບໜ້າດ້ານໆເລີຍ ດຶງງົວຂື້ນລົດກາງເວັນແທ້ໆ,ເຊິ່ງງົວລັກຂື້ນຢູ່ເທິງລົດລວມມີ 11 ໂຕ, ໂຊກດີມີໄທບ້ານມາເຫັນກ່ອນ ຈຶ່ງກັກໄວ້ທັນ.

ເຈົ້າໜ້າທີ່ກັກໂຕພວກກ່ຽວໄປສືບສວນສອບແລ້ວ, ຖ້າວ່າງົວໃຜເສຍ ຫຼື ສົງໃສແມ່ນໄປເບິ່ງຢູ່ຫ້ອງການ ປກສ ວັງວຽງເດີ.

.

.

ລາຍງານໂດຍ: ປະຊາຊົນ ເມືອງວັງວຽງ