ຮູ້ແລ້ວບໍ! ຫວານໃຈລຸງເທິ ອາຍຸພຽງ 17ປີເທົ່ານັ້ນ…
ຮູ້ແລ້ວ ອິດສາບໍ່ໜຸ່ມໆ ການທີ່ໄດ້ເມຍທັງງາມ, ທັງສາວ ມັນເປັນຄວາມຝັນຄວາມສຸກອີກຢ່າງຂອງຜູ້ຊາຍ (ບາງຄົນທີ່ຕັ້ງສະເປັກ ແລະ ມາດຕະຖານມັກແບບນີ້ຫັ່ນນ່າ) ດັ່ງຄົນດັງໃນວົງການບັນເທີງທີ່ໃຜໆກໍຮູ້ ແລະ ຕິດຕາມຜົນງານ

ກັບໜຸ່ມເທິ ຢູ່ນາ ຫຼື ລຸງເທິ ໜຸ່ມມີສຽງເປັນເອກກະລັກຄືໄທທົ່ງ ຜູ້ໄທ ເພາະເພິນເປັນຄົນສະຫວັນນະເຂດ ມີຫຼາກຫຼາຍຜົນງານທາງໂຄສະນາທີ່ຖືວ່າກິນໃຈໄວ້ໜຸ່ມ, ແລະ ຫຼາຍໆຄົນ ເປັນຢູທູບເປີ້ ແລະ ກຳລັງຈະສຳເລັດຖຽງນາພັນລ້ານ UNA Studio ບອກເລີຍວ່າວົງການບັນເທີງເຮົາຄຶກຄື້ນແນ່ນອນ
ກັບມາທາງດ້ານຄວາມຮັກສາວໆ ບໍ່ຕ້ອງຫວັງ 555 ເພາະລຸງເທິ ມີພັນລະຍາແລ້ວ ແຕ່ງງານຫວ່າງກາງເດືອນມັງກອນ 2020 ກັບນ້ອງມ່ອມ ທີ່ທັງງາມ, ໜ້າຮັກ ເປັນຄົນບ້ານດຽວກັນ

ແຕ່ປະເດັນຄືສາວ ມ່ອມ ຫາກໍອາຍຸ ຫາກໍຮອດ 17 ປີ ຫວ່າງວັນທີ 3 ກໍລະກົດ 2020 ນີ້ເອງ ນັ້ນແຫຼະ ສຳລັບລຸງເທິ ໃຫ້ໄປຫາເອົາເອງວ່າຈັກປີ ອາຍຸສາວມ່ອມພຽງ 17 ປີເທົ່ານັ້ນ ສ່າງໄດ້ເມຍເດັກ ແລະ ງາມ ໜ້າອິດສາ

ແຕ່ນັ້ນກໍເປັນຄວາມຮັກທີ່ມີຫຼາຍໆເລື່ອງທີ່ໄດ້ປັບ, ບອກກັນ ຖືເປັນຄວາມໂຊກດີຂອງສາວມ່ອມ ທີ່ໄດ້ຄົນໃຫຍ່ກວ່າ ແກ່ປະສົບການກວ່າ ຄອຍຄຽງຂ້າງ ບອກສອນໃນຫຼາຍໆຢ່າງ ທີ່ສຳຄັນເປັນຄົນເກັ່ງ, ຫາເງິນເກັ່ງ ເຮຮາ
ສະຫຼຸບຄືອິດສາທັງສອງ ແນວໃດກໍຂໍໃຫ້ຮັກແພງກັນຈົນແກ່ເຖົ້າ ສ້າງຜົນງານໃຫ້ແຟນໆໄດ້ຕິດຕາມກັນຫຼາຍເດີ້….
