ໃນ 10 ວັນ ຟ້າຜ່າຊາວອິນເດຍເສຍຊີວິດ 147 ຄົນ
ສຳນັກຂ່າວເອເອຟພີລາຍງານ ເມື່ອວັນທີ່ 5 ກໍລະກົດ 2020 ວ່າ ທ່ານລັກມີຊວາຣ ລັດຖະມົນຕີກະຊວງບໍລິຫານຈັດການໄພພິບັດລັດພິຫານ ເຜີຍວ່າ ນັບຕັ້ງແຕ່ທ້າຍເດືອນມີນາ ເປັນຕົ້ນມາ ມີຜູ້ຖືກຟ້າຜ່າເສຍຊີວິດໃນເຂດລັດພິຫານ ຊື່ງເປັນລັດທີ່ມີຖານະທຸກຍາກທີ່ສຸດຂອງອິນເດຍ 215 ຄົນແລ້ວ ແລະມີຜູ້ເສຍຊີວິດຈາກຟ້າຜ່າໃນ 10 ວັນຜ່ານມາ 147 ຄົນ
ຜູ້ເສຍຊີວິດສ່ວນໃຫ່ຍເປັນຊາວກະສິກອນ ກຳມະກອນ ແລະຄົນລ້ຽງງົວຊື່ງເຮັດວຽກກາງແຈ້ງ ຂະນະເກີດພາຍຸຝົນ ຟ້າຮ້ອງຟ້າເຫລື້ອມຜູ້ຊ່ຽວຊານດ້ານສະພາບອາກາດ ແລະນັກວິທະຍາສາດກ່າວວ່າ ອຸນຫະພູມສູງຂື້ນ ຈາກການປ່ຽນແປງຂອງສະພາບພູມອາກາດໂລກ ຄືສາເຫດຫລັກທີ່ເຮັດໃຫ້ເກີດຟ້າຜ່າຫລາຍຄັ້ງຂື້ນ
ສຳນັກອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (ໄອເອັມດີ) ປະກາດເຕືອນໃນວັນອາທິດໃຫ້ປະຊາຊົນລັດພິຫານລະວັງຟ້າຜ່າອີກໃນໄລຍະ 48 ຊົ່ວໂມງຂ້າງຫນ້າ ປາກົດການຟ່າຜ່າໃນຊ່ວງລະດູມໍລະສຸມປະຈຳປີ ລະຫວ່າງເດືອນມິຖຸນາ ໄປຈົນເຖິງເດືອນ ກັນຍາ ຖືເປັນເລື່ອງປົກກະຕິໃນອິນເດຍ ແຕ່ເຈົ້າຫນ້າທີ່ກ່າວວ່າ ຈຳນວນຜູ້ເສຍຊີວິດຕະຫລອດທັງປີ ຂອງຫລາຍປີທີ່ຜ່ານມາ ແມ່ນວ່າລະດູມໍລະສຸມປີນີ້ຫາກໍ່ຈະເລີ່ມຕົ້ນ
ປິຜ່ານມາ ລັດພິຫານມີຜູ້ເສຍຊີວິດຈາກຟ້າຜ່າ ລວມທັງຫມົດ 170 ຄົນ ສ່ວນລັດອຸດຕອນປະເທດທີ່ຢູ່ຕິດກັນທາງຕາເວັນຕົກ ມີຜູ້ເສຍຊີວິດຈາກຟ້າຜ່າກວ່າ 200 ຄົນ ຕັ້ງແຕ່ເດືອນເມສາທີ່ຜ່ານມາ ຈາກຂໍ້ມູນຂອງສຳນັກງານສະຖິຕິອາດຊະຍາກຳອິນເດຍ (ເອັນຊີອາຣບີ) ມີຜູ້ເສຍຊີວິດຈາກການຖືກຟ້າຜ່າທົ່ວປະເທດກວ່າ 2,300 ຄົນ ໃນປີ 2018 ຊື່ງເປັນປີລ່າສຸດທີ່ມີຂໍ້ມູນ