ທົ່ວໂລກຊົມເຊີຍ ຜູ້ອົບພະຍົບຊາວມາລີ ປີນຕຶກ 5 ຊັ້ນຊ່ວຍເດັກນ້ອຍຝຣັ່ງ ທີ່ກຳລັງຈະຕົກຕຶກ

ສຳນັກຂ່າວຕ່າງປະເທດລາຍງານ 28 ພຶດສະພາ ວ່າ: ທຳນຽບປະທານປະເທດຝຣັ່ງອອກຖະແຫຼງການວ່າ ທ່ານ ເອັມມານູເອວ ມາຄຼອງ ປະທານປະເທດຝຣັ່ງ ໄດ້ເປີດທຳນຽບຕ້ອນັຮບ ເພື່ອສະແດງຄວາມຊົມເຊີຍ ແລະ ຍ້ອງຍໍໃນຄວາມກ້າຫານຂອງທ້າວ ມາໂມດູ ກັສຊາມາ ອາຍຸ 22 ປີ

ຜູ້ອົບພະຍົບຍ້າຍຖິ່ນຖານໂດຍລັກລອບເຂົ້າເມືອງຜິດກົດໝາຍເຂົ້າມາອາໄສຢູ່ໃນປະເທດຝຣັ່ງ ຈາກການສະແດງຄວາມກ້າຫານເມື່ອວັນເສົາທີ່ຜ່ານມາ ດ້ວຍການປີນຂຶ້ນໄປເທິງຕຶກອາພາດເມັ້ນໃນເຂດ 18 ເໜືອຂອງນະຄອນຫຼາງປາຣີສ ລະບຽງຊັ້ນທີ 5 ດ້ວຍມືເປົ່າເພື່ອຊ່ວຍເຫຼືອເດັກນ້ອຍອາຍຸ 4 ປີທີ່ຫ້ອຍຢູ່ຂອບລະບຽງຈົນເຮັດໃຫ້ເດັກນ້ອຍຄົນດັ່ງກ່າວປອດໄພ.

ສື່ມວນຊົນຂອງຝຣັ່ງລາຍງານວ່າ: ພໍ່ຂອງເດັກນ້ອຍຖືກຄວບຄຸມຕົວໄວ້ໄດ້ແລ້ວ ໃນຂໍ້ຫາປະມາດ ແລະ ປ່ອຍປະໃຫ້ເດັກນ້ອຍເກືອບໄດ້ຮັບອັນຕະລາຍ, ສ່ວນການກະທຳຂອງຜູ້ອົບພະຍົບຈາກມາລີ ເຊິ່ງຖືກເຜີຍແຜ່ໄປທົ່ວສື່ສັງຄົມອອນລາຍທົ່ວໂລກ ແລະ ຍັງໄດ້ຮັບລາງວັນຈາກເຈົ້າຄອງປາຣີສ

ເຊິ່ງກ່າວຂອບໃຈທີ່ເຮັດໃຫ້ເດັກນ້ອຍປອດໄພ ຕໍ່ມາປະທານປະເທດຝຣັ່ງກ່າວວ່າ ທ້າວ ມາໂມດູ ກັສຊາມາ ຈະໄດ້ຮັບສິດທິເປັນພົນລະເມືອງຂອງຝຣັ່ງ.

.

.

.

.

.

.

.

ຄລິບເຫດການ