ສຶກສາພຶດຕິກຳຄາຕະກອນ ຂ້າປາດສົບ ດ້ວຍທິດສະດີອາຊະຍາວິທະຍາ ຕອນທີ່ປາດພວກເຂົາຄິດຫຍັງໃນໃຈ

ຄະດີຄາຕະກຳແບບ “ຂ້າປາດສົບ” ຖືວ່າເປັນອີກຮູບແບບໜຶ່ງທີ່ໃຊ້ໃນການອຳພາງ, ຊຸກເຊື່ອງ ແລະ ທຳລາຍສົບດ້ວຍຄວາມແຄ້ນ ນັກອາຊະຍາວິທະຍາໄດ້ໃຫ້ຄຳອະທິບາຍພຶດຕິກຳຂອງກໍລະນີການອຳພາງສົບດ້ວຍການປາດອອກເປັນຕ່ອນໆໄວ້ວ່າ ສາເຫດຫຼັກໆຄືມາຈາກຄວາມແຄ້ນ ແລະ ຄວາມເຈັບປວດທີ່ຢູ່ໃນໃຈຂອງຄາຕະກອນຈຶ່ງໄດ້ເລືອກວິທີນີ້ ດັ່ງນັ້ນ, ຈຶ່ງຈະພາທຸກທ່ານໄປຮູ້ນຳກັນວ່າ ຂະນະທີ່ພວກເຂົາກຳລັງປາດສົບຢູ່ນັ້ນຈິດໃຈຂອງເຂົາເຈົ້າຢູ່ໃນສະພາວະແບບໃດ.

ການປາດສົບຂອງມະນຸດນັ້ນມັນບໍ່ແມ່ນເລື່ອງງ່າຍແນ່ນອນ, ໂດຍນັກອາຊະຍາວິທະຍາໄດ້ຈຳແນກຜູ້ກະທຳນັ້ນອອກເປັນ 3 ກຸ່ມ ໃນກຸ່ມທຳອິດຈັດຢູ່ໃນປະເພດທີ່ເຮັດວຽກກ່ຽວກັບການໃຊ້ມີດປາດຢູ່ເປັນປະຈຳເຊັ່ນ: ແພດໝໍ ຫຼື ຜູ້ເຮັດວຽກໃນໂຮງງານຂ້າສັດ ຈຶ່ງຈະສາມາດເຮັດໄດ້ໂດຍບໍ່ຮູ້ສຶກຫຍັງເລີຍ.

ປະເພດທີສອງຄືກຸ່ມຜູ້ທີ່ເຄີຍໄດ້ຮັບການກະທົບການແທກທາງຈິດໃຈຈາກການເຫັນພາບຄາຕະກຳຕໍ່ໜ້າ ຫຼື ເຄີຍຖືກທຳຮ້າຍຢູ່ເລື້ອຍໆ ຈົນມື້ໜຶ່ງຄວາມຮູ້ສຶກທີ່ເກັບກົດໄວ້ລະເບີດອອກມາ.

ປະເພດສຸດທ້າຍກໍ່ຄືຜູ້ທີ່ເກີດອາກາດທາງຈິດແບບກະທັນຫັນຈົນເຮັດໃຫ້ຂາດສະຕິ ເຊິ່ງສອງປະເພດຫຼັງນີ້ຈະມີຈຸດຮ່ວມຄືຈະປາດສົບ, ທຳລາຍສົບ ເພື່ອລະບາຍຄວາມແຄ້ນບວກກັບຕ້ອງການອຳພາງສົບ.

ສຳລັບເຫດການລັກສະນະແບບນີ້ຄາຕະກອນທີ່ໃຊ້ວິທີ “ປາດສົບ” ສ່ວນໃຫຍ່ແລ້ວມັກຈະເປັນຜູ້ຊາຍ ເພາະການທຳລາຍສົບດ້ວຍວິທີນີ້ ນອກຈາກຈະຕ້ອງໃຊ້ຄວາມກ້າ ແລະ ຄວາມແຂງແຮງຂອງຮ່າງກາຍແລ້ວ ຈິດໃຈຂອງຜູ້ກະທຳຈະຕ້ອງໜັກແໜ້ນທີ່ສຸດ ເພາະວິທີນີ້ຖືວ່າເປັນອາຊະຍາກຳທີ່ໂຫດຮ້າຍທາລຸນກວ່າການນຳສົບໄປອຳພາງດ້ວຍວິທີອື່ນ ຈຶ່ງບໍ່ແປກທີ່ເກີດຂຶ້ນໃນແຕ່ລະຄັ້ງມັກຈະກາຍເປັນຂ່າວໃຫຍ່ໃນສັງຄົມ.