ອີຕາລີ ຢຶດຢາເສບຕິດ ແອມເຟຕາມີນ 14 ໂຕນ
ຕາມແຫລ່ງຂ່າວໂຣມ ຂອງອິຕາລີ, ວັນທີ 1 ກໍລະກົດ ເຈົ້າໜ້າທີ່ ຕຳຫລວດ ອິຕາລີ ສາມາດຢືດຢາເສບຕິດປະເທດ ແອມເຟຕາມິນ ຢາບ້າ ຈຳນວນ 14 ໂຕນ ໃນນັ້ນ ຢາບ້າ ລວມມີ 84 ລ້ານເມັດ ໂດຍມີມູນຄ່າປະມານ1.000 ລ້ານເອີໂຣ.

ຢາບ້ານດັ່ງກ່າວ ໄດ້ຊຸກເຊື່ອງຢູ່ໃນຕູ້ຄອນເທັນເນີ 3 ຕູ້ ຢູ່ທ່າກຳປັ່ນ ເມືອງຊາແລຣໂນ ທາງພາກຕາເວັນຕົກສຽງໃຕ້ ຂອງປະເທດ ຊື່ງ ແມ່ນ ກຸ່ມລັດອິສລາມ ຫລື ໄອເອສ(IS) ໃນຊີຣີ ເປັນຜູ້ຜະລິດ ນີ້ຖືເປັນ ການຢືດຢາບ້າໄດ້ຫລາຍທ່ີສຸດໃນໂລກ.
ແຫຼ່ງທີ່ມາ: ຂປລ