ຜູ້ນຳຣັດເຊຍ ຈະສາມາດສືບຕໍ່ດຳລົງແໜ່ງຕື່ມອີກ 12ປີ
ຕາມຂ່າວຈາກ ຣັດເຊຍ,ເມື່ອບໍ່ດົນມານີ້, ຜົນການລົງ ປະຊາມະຕິ ແກ້ໄຂ ລັດຖະທຳມະນູນ ຣັດເຊຍ ເປີດທາງໃຫ້ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ສາມາດສືບຕໍ່ ດຳລົງຕຳແໜ່ງ ຕື່ມອີກ 12ປີ

ຫລັງຈາກ ນັບຄະແນນ ໄປແລ້ວ85% ໄດ້ຊີ້ໃຫ້ເຫັນວ່າ ເກືອບ 80% ເຫັນດີ ໃຫ້ມີການແກ້ໄຂ ລັດຖະທຳມະນູນ ການລົງ ຄະແນນສຽງ ຄັ້ງນີ້ ນັບເປັນ ຄັ້ງທຳອິດ ທີ່ຈັດໃຫ້ມີການລົງຄະແນນສຽງເຖິງ 1 ອາທິດ ເພື່ອໃຫ້ປະຊາຊົນ ຄ່ອຍກັບມາ ລົງຄະແນນ ທ່າມກາງ ສະຖານະການ ໂຄວິດ-19 ແຜ່ລະບາດ ໂດຍມີຜູ້ມາ ອອກສຽງ 65%.