ເຫດຕຳແລ້ວຫນີ ເສຍຊີວິດ 1ລາຍ

ວັນທີ່ 02.07.20 ເວລາ 22:05 ໂມງຫນ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623ວ່າມີເຫດ #ຕຳແລ້ວຫນີ ຈຸດເກີດເຫດບ້ານວັງວຽງ ເມືອງວັງວຽງ ແຂວງວຽງຈັນ

ຜູ້ເສຍຊີວິດ ເພດຍິງ ອາຍຸ49ປີ ບ້ານໂພນສະຫວັນ ເມືອງຫີນເຫີບ ແຂວງວຽງຈັນ ອາການເບື້ອງຕົ້ນແມ່ນກະທົບຫົວ(ບໍ່ມີສະຕິ) ດັ່ງນັ່ນຫນ່ວຍກູ້ໄພຈຶ່ງໄດ້ທຳການກະຕຸ້ນຄົນເຈັບ CPR ແຕ່ບໍ່ມີການຕອບສະຫນອງໃດໆ

ດັ່ງນັ່ນຫນ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາເມືອງວັງວຽງ ຈຶ່ງໄດ້ທຳການປະສານງານຫາເຈົ້າໜ້າທີ່ ແລະ ໄດ້ເກັບມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງໄປບ້ານຜູ້ເສຍຊີວິດ ບ້ານໂພນສະຫວັນ ເມືອງຫີນເຫີບ ແຂວງວຽງຈັນ ທາງພວກເຮົາຕ້ອງຂໍສະແດງຄວາມເສຍໃຈດ້ວຍ

ເຈັບປ່ວຍສຸກເສີນແຈ້ງທີ່ເບີ1623 ຫຼື 0305551623

.

.

.