ລັດຖະບານອອກດຳລັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

ລັດຖະບານໄດ້ອອກດຳລັດ ເລກທີ 300/ລບ ລົງວັນທີ 13 ກັນຍາ 2017 ວ່າດ້ວຍ ການປະເມີນຜົນການປະຕິບັດງານຂອງພະນັກງານ-ລັດຖະກອນ ເພື່ອເປັນເຮັດໃຫ້ວຽກງານດັ່ງກ່າວດຳເນີນຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ ແນ່ໃສ່ເຮັດໃຫ້ວຽກງານການປະເມີນຜົນ ແລະ ຄຸ້ມຄອງຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ທີ່ສັງກັດອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ເຊິ່ງລາຍລະອຽດຂອງດຳລັດມີດັ່ງລຸ່ມນີ້: