ຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການບໍ່ຄຳ-ທອງເຊໂປນ ໄປອີກຢ່າງຕ່ຳ 10 ປີ

ໃນວັນທີ 23 ມີຖຸນາ 2020, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄຳແທ່ງທຳອິດ ເປັນຂີດໝາຍ ‘ຍຸກໃໝ່ແຫ່ງການຜະລິດຄຳ’ ຂອງໂຄງການຄຳ-ທອງເຊໂປນ ທີ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ. ການກັບຄືນມາຜະລິດຄຳຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄຳ-ທອງເຊໂປນ ໄປອີກຢ່າງຕ່ຳ 10 ປີ ແລະ ຈະສືບຕໍ່ສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ ກໍຄື ປັບປຸງຊີວິດການເປັນຢູ່ຂອງຊຸມຊົນເຈົ້າພາບ.

LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄຳ ໄດ້ປະມານ 250.000 ອອນສ໌ ຕໍ່ປີ ພ້ອມທັງລົງທຶນຫຼາຍຂຶ້ນໃສ່ວຽກງານສຳຫຼວດ ແລະ ໂຄງການຂະຫຍາຍອື່ນໆ.

ໃຫ້ກຽດເປັນສັກຂີພິຍານໃນພິທີຫຼອມຄຳຄັ້ງນີ້ ແມ່ນ ຮອງເຈົ້າແຂວງໆສະຫວັນນະເຂດ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ, ເຈົ້າເມືອງໆວິລະບູລີ ທ່ານ ຄຳຜຸຍ ສີບຸນເຮືອງ, ປະທານ LXML ທ່ານ ຝູ ເຊຍເຊີນ, ຜູ້ຈັດການໃຫຍ່ LXML ທ່ານ ພໍ ແຮຣິສ, ຕາງໜ້າຈາກບໍລິສັດ ແລະ ພະແນການຂັ້ນແຂວງ ແລະ ເມືອງ ທີ່ກ່ຽວຂ້ອງ.

ຂໍ້ມູນຈາກ: ບໍລິສັດ ຊືເຟິງ ຈີຫຼົງ ຂຸດຄົ້ນຄຳ ກຳຈັດ (ຊືເຟິງ)