ແມ່ຍິງນະຄອນຫຼວງວຽງຈັນ ດື່ມເຫຼົ້າເປັນອັນດັບ 1​ ຂອງປະເທດຂະນະທີ່ຝ່າຍຊາຍແມ່ນແຂວງຊຽງຂວາງ

ການດື່ມເຫຼົ້າ (ສິ່ງມຶນເມົາ) ມີຄວາມສ່ຽງດ້ານຜົນກະທົບທາງລົບຕໍ່ສຸຂະພາບ ແລະ ສັງຄົມ ເຊິ່ງເຮັດໃຫ້ຮ່າງກາຍຂອງຜູ້ດື່ມ ມີຄວາມຶນເມົາ, ເປັນພິດ ແລະ ພາໃຫ້ຕິດເຫຼົ້າ. ນອກຈາກພາໃຫ້ເກີດພະຍາດທີ່ຮ້າຍແຮງອັນເນື່ອງມາຈາກການດື່ມເຫຼົ້າເປັນປະລິມານທີ່ຫຼາຍ ເປັນເວລາຫຼາຍປີ, ເຫຼົ້າຍັງເພີ່ມຄວາມສ່ຽງກໍ່ໃຫ້ເກີດບັນຫາສຸຂະພາບທີ່ຮຸນແຮງເຊັ່ນ: ການໄດ້ຮັບບາດເຈັບຈາກອຸປະຕິເຫດ.

ການດື່ມເຫຼົ້າຍັງສົ່ງຜົນໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ ແລະ ສຸຂະພາບຈິດຂອງຜູ້ດື່ມ, ຊີວິດການເປັນຢູ່ ແລະ ສຸຂະພາບຂອງຄົນອ້ອມຂ້າງ. ຄົນທີ່ມີອາການມຶນເມົາຍັງສາມາດສ້າງອັນຕະລາຍໃຫ້ຜູ້ອື່ນ, ມີຄວາມສ່ຽງເຮັດໃຫ້ເກີດອຸປະຕິບັດຢ່າງຮ້າຍແຮງ, ກໍ່ໃຫ້ເກີດຄວາມຮຸນແຮງທາງດ້ານຮ່າງກາຍ ຫຼື ມີຜົນກະທົບທາງດ້ານລົບຕໍ່ເພື່ອນຮ່ວມງານ, ຍາດພີ່ນ້ອງ, ໝູ່ເພື່ອນ ຫຼື ບຸກຄົນທົ່ວໄປ ເຊິ່ງມັນໄດ້ກ້າວໄປສູ່ການສ້າງບັນຫາໃຫ້ແກ່ສັງຄົມ. ການສຳຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ II ແມ່ນໄດ້ຈັດຕັ້ງຂຶ້ນໃນປີ 2016 ຫາ 2017 ແມ່ນການສຳຫຼວດຄົວເຮືອນລະດັບຊາດ ທີ່ກວມເອົາຕົວແທນເຖິງ 23,400 ຄົວເຮືອນ ໃນທັງໝົດ 18 ແຂວງທົ່ວປະເທດ ແນ່ໃສ່ສ້າງຂໍ້ມູນໃນລະດັບແຂວງ, ໄຈ້ແຍກໂດຍອາຍຸ, ສະຖານທີ່ຢູ່ອາໄສ, ເພດ, ສະຖານະພາບທາງດ້ານເສດຖະກິດ ແລະ ກຸ່ມຊົນເຜົ່າໃຫ້ຮູ້ວ່າ:

– ອັດຕາສ່ວນຮ້າຍຂອງປະຊາກອນອາຍຸ 15-49 ປີ ທີ່ດື່ມເຫຼົ້າໃນເວລາໃນໜຶ່ງໃນໄລຍະ 1​ເດືອນຜ່ານມາ ແມ່ຍິງກວມເອົາ 31% ຂະນະທີ່ຜູ້ຊາຍກວມເອົາ 65.2% ຂອງປະຊາກອນ. ນອກຈາກນີ້ການດື່ມເຫຼົ້າກ່ອນອາຍຸ 15 ປີ ແມ່ຍິງກວມເອົາ 11.6% ຜູ້ຊາຍກວມເອົາ 15.6% ຂອງປະຊາກອນ.

– ອັດຕາສ່ວນຮ້າຍຂອງປະຊາກອນອາຍຸ 15-49 ປີ ທີ່ດື່ມເຫຼົ້າໃນເວລາໃນໜຶ່ງໃນໄລຍະ 1​ເດືອນຜ່ານມາ ແມ່ຍິງກວມເອົາ 31% ຂະນະທີ່ຜູ້ຊາຍກວມເອົາ 65.2% ຂອງປະຊາກອນ. ນອກຈາກນີ້ການດື່ມເຫຼົ້າກ່ອນອາຍຸ 15 ປີ ແມ່ຍິງກວມເອົາ 11.6% ຜູ້ຊາຍກວມເອົາ 15.6% ຂອງປະຊາກອນ.

+ ແບ່ງຕາມແຂວງ
1. ນະຄອນຫຼວງວຽງຈັນ 50.3% ຂອງປະຊາກອນ
2. ແຂວງຜົ້ງສາລີ 37.3% ຂອງປະຊາກອນ
3. ແຂວງຫຼວງນ້ຳທາ 44.8% ຂອງປະຊາກອນ
4. ແຂວງອຸດົມໄຊ 41.8% ຂອງປະຊາກອນ
5. ແຂວງບໍ່ແກ້ວ 40.6% ຂອງປະຊາກອນ
6. ແຂວງຫຼວງພະບາງ 34.6% ຂອງປະຊາກອນ
7. ແຂວງຫົວພັນ 23.9% ຂອງປະຊາກອນ
8. ແຂວງໄຊຍະບູລີ 34.0% ຂອງປະຊາກອນ
9. ແຂວງຊຽງຂວາງ 26.9% ຂອງປະຊາກອນ
10. ແຂວງວຽງຈັນ 40.0% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 42.2% ຂອງປະຊາກອນ
12. ແຂວງຄຳມ່ວນ 28.6% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 14.8% ຂອງປະຊາກອນ
14. ແຂວງສາລະວັນ 4.2% ຂອງປະຊາກອນ
15. ແຂວງເຊກອງ 17.6% ຂອງປະຊາກອນ
16. ແຂວງຈຳປາສັກ 21.2% ຂອງປະຊາກອນ
17. ແຂວງອັດຕະປື 29.5% ຂອງປະຊາກອນ
18 ແຂວງໄຊສົມບູນ 21.9% ຂອງປະຊາກອນ

+ ແບ່ງຕາມກຸ່ມອາຍຸ
– 15-19 ປີ 30.8% ຂອງປະຊາກອນ
– 20-24 ປີ 33.6% ຂອງປະຊາກອນ
– 25-29 ປີ 33.6% ຂອງປະຊາກອນ
– 30-34 ປີ 33.6% ຂອງປະຊາກອນ
– 35-39 ປີ 31.4% ຂອງປະຊາກອນ
– 40-44 ປີ 27.8% ຂອງປະຊາກອນ
– 45-49 ປີ 21.5% ຂອງປະຊາກອນ

+ ແບ່ງຕາມກຸ່ມພາສາປາກເວົ້າ
– ລາວ-ໄຕ 35.4% ຂອງປະຊາກອນ
– ມອນ-ຂະແມ 26.0% ຂອງປະຊາກອນ
– ມົ້ງ-ອິວມ້ຽນ 10.8% ຂອງປະຊາກອນ
– ຈີນ-ຕີເບດ 30.3% ຂອງປະຊາກອນ
– ພາສາອື່ນໆ, ບໍ່ຮູ້, ບໍ່ລະບຸ 27.0% ຂອງປະຊາກອນ

* ຜູ້ຊາຍ ອາຍຸ 15-49 ປີ ທີ່ໄດ້ດື່ມເຫຼົ້າຢ່າງໜ້ອຍ 1 ຈອກໃນໄລຍະເວລາໃດໜຶ່ງໃນ 1 ເດືອນທີ່ຜ່ານມາ:
+ ແບ່ງຕາມພາກ:
– ພາກເໜືອ ກວມເອົາ 66.6% ຂອງປະຊາກອນ
– ພາກກາງ ກວມເອົາ 66.8% ຂອງປະຊາກອນ
– ພາກໃຕ້ ກວມເອົາ 58.8% ຂອງປະຊາກອນ

+ ແບ່ງຕາມແຂວງ
1. ນະຄອນຫຼວງວຽງຈັນ 81.1% ຂອງປະຊາກອນ
2. ແຂວງຜົ້ງສາລີ 78.7% ຂອງປະຊາກອນ
3. ແຂວງຫຼວງນ້ຳທາ 56.2% ຂອງປະຊາກອນ
4. ແຂວງອຸດົມໄຊ 67.1% ຂອງປະຊາກອນ
5. ແຂວງບໍ່ແກ້ວ 76.6% ຂອງປະຊາກອນ
6. ແຂວງຫຼວງພະບາງ 62.0% ຂອງປະຊາກອນ
7. ແຂວງຫົວພັນ 73.4% ຂອງປະຊາກອນ
8. ແຂວງໄຊຍະບູລີ 60.6% ຂອງປະຊາກອນ
9. ແຂວງຊຽງຂວາງ 82.8% ຂອງປະຊາກອນ
10. ແຂວງວຽງຈັນ 69.3% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 70.3% ຂອງປະຊາກອນ
12. ແຂວງຄຳມ່ວນ 64.7% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 47.2% ຂອງປະຊາກອນ
14. ແຂວງສາລະວັນ 52.5% ຂອງປະຊາກອນ
15. ແຂວງເຊກອງ 63.7% ຂອງປະຊາກອນ
16. ແຂວງຈຳປາສັກ 57.4% ຂອງປະຊາກອນ
17. ແຂວງອັດຕະປື 79.2% ຂອງປະຊາກອນ
18 ແຂວງໄຊສົມບູນ 69.7% ຂອງປະຊາກອນ

+ ແບ່ງຕາມກຸ່ມອາຍຸ
– 15-19 ປີ 46.4% ຂອງປະຊາກອນ
– 20-24 ປີ 66.2% ຂອງປະຊາກອນ
– 25-29 ປີ 71.1% ຂອງປະຊາກອນ
– 30-34 ປີ 73.6% ຂອງປະຊາກອນ
– 35-39 ປີ 67.5% ຂອງປະຊາກອນ
– 40-44 ປີ 73.3% ຂອງປະຊາກອນ
– 45-49 ປີ 67.8% ຂອງປະຊາກອນ

+ ແບ່ງຕາມກຸ່ມພາສາປາກເວົ້າ
– ລາວ-ໄຕ 67.9% ຂອງປະຊາກອນ
– ມອນ-ຂະແມ 64.3% ຂອງປະຊາກອນ
– ມົ້ງ-ອິວມ້ຽນ 48.7% ຂອງປະຊາກອນ
– ຈີນ-ຕີເບດ 64.5% ຂອງປະຊາກອນ
– ພາສາອື່ນໆ, ບໍ່ຮູ້, ບໍ່ລະບຸ 66.1% ຂອງປະຊາກອນ

ຈາກຜົນການສຳຫຼວດປາກົດວ່າ: ແມ່ຍິງພາກເໜືອດື່ມເຫຼົ້າເປັນອັນດັບໜຶ່ງຂອງປະເທດກວມເອົາ 36.1%, ຂະນະທີ່ຜູ້ຊາຍແມ່ນພາກກາງ ກວມເອົາ 66.8%; ໃນລະດັບແຂວງ ແມ່ຍິງນະຄອນຫຼວງວຽງຈັນດື່ມເຫຼົ້າເປັນອັນດັບໜຶ່ງຂອງປະເທດກວມເອົາ 50.3%, ຂະນະທີ່ຜູ້ຊາຍແມ່ນແຂວງຊຽງຂວາງ ກວມເອົາ 82.8%.

ເຊິ່ງການສຳຫຼວດດັດຊະນີໝານສັງຄົມລາວ ຄັ້ງທີ II ໄດ້ດຳເນີນຂຶ້ນໃນປີ 2017 ໂດຍສູນສະຖິຕິແຫ່ງຊາດ ໂດຍຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກີລາ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການສຳຫຼວດສຸຂະພາບແມ່ ແລະ ເດັກ ໂດຍໄດ້ຮັບການຊຸກຍູ້ທາງການເຕັກນິກຈາກ ອົງການສະຫະປະຊາຊາດສຳລັບເດັກ ພ້ອມທັງໄດ້ຮັບການຊຸມຍູ້ທາງດ້ານການເງິນຈາກລັດຖະບານລາວ, ອົງການສະຫະປະຊາຊາດສຳລັບເດັກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ສະຫະພາບເອີຣົບ, ລັດຖະບານລຸກຊຳບວກ, ອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ, ອົງການພັດທະນາ ແລະ ການຮ່ວມມືສະວິດ, ອົງການອາຫານໂລກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ອົງການອານະໄມໂລກ, ອົງການຮ່ວມມືສາກົນຂອງຍີ່ປຸ່ນ ພ້ອມນັ້ນອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ ຍັງໄດ້ຊຸກຍູ້ທາງດ້ານເຕັກນິກສຳລັບການເກັບກຳຂໍ້ມູນ ແລະ ການວິເຄາະໂລກເລືອດຈາງ.

ເພື່ອສະໜອງຂໍ້ມູນທີ່ຈຳເປັນສຳລັບບັນດາຕົວຊີ້ວັດກ່ຽວກັບການພັດທະນາ ເພື່ອຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນສະໜອງຂໍ້ມູນ ເຂົ້າໃນການຂຽນບົດລາຍງານແບບສະໝັກໃຈແຫ່ງຊາດ ໃນປີ 2018. ພ້ອມນີ້ກໍ່ຈະສະໜອງຖານຂໍ້ມູນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8, ແຜນພັດທະນາເສດຖະກິດສັງຄົມຂັ້ນແຂວງ ລວມທັງການປະເມີນໄລຍະກາງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງງຊາດ ຄັ້ງທີ 8.