ປະກາດຫາພີ່ນ້ອງ ເຫດຄົນຈົມນໍ້າ ຢູ່ບຶງທາດຫຼວງ ເສຍຊີວິດ 1ລາຍ
ໃນວັນທີ28/06/2020ເວລາ12:38ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດວ່າມີຄົນຈົມນໍ້າ

ຈຸດເກີດເຫດແມ່ນຢູ່ແຖວທາງຕັດໃໝ່ຂົວຊຽງດາ ຜູ້ເສຍຊີວິດເປັນເພດຊາຍ ອາຍຸປະມານ25-35ປີ ບໍ່ຮູ້ຂໍ້ມູນກ່ຽວກັບຜູ້ເສຍຊີວິດ

ຖ້າຜູ້ໃດຮູ້ຈັກຫຼືເປັນຍາດພີ່ນ້ອງຂອງຜູ້ເສຍຊີວິດແມ່ນສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມທາງເບີ1623ເພື່ອທີ່ຈະນຳສົບໄປເຮັດພິທີທາງສາສະໜາຕໍ່
ສ່ວນສົບຂອງຜູ້ກ່ຽວແມ່ນນຳສົ່ງໄປທີ່ວັດຈີນດົງປ່າແຫລບ

.

.

.

.

.

.

.
