ປກສ ເມືອງອາດສະພອນ ທຳລາຍຢາເສບຕິດປະເພດກັນຊາ ແລະ ຢາຝິ່ນ

ວິທະຍຸກະຈາຍສຽງສະຫວັນນະເຂດລາຍງານວ່າ: ໃນວັນທີ 26 ມິຖຸນາຢູ່ທີ່ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ທຳລາຍຢາເສບຕິດ ປະເພດກັນຊາ ແລະຢາຝິ່ນ ເຊິ່ງປະກອບມີ: ຄັນຊາດິບ ຈຳນວນ 454 ກິໂລກຣາມ, ຝິ່ນ 16 ກິໂລກຣາມ.

ໃນພິທີ ທ່ານ ພັຕ ໄຊຊະນະ ແກ້ວດວງສິນ ຄະນະກອງບັນຊາການ ປກສ ເມືອງ ກໍ່ໄດ້ລາຍງານໃຫ້ຮູ້ວ່າ ໃນໄລຍະຜ່ານມາກໍ່ຄື ປະຈຸບັນ ພັກ ແລະລັດຖະບານ ເຮົາໄດ້ຖືເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະແກ້ໄຂ ບັນຫາຢາເສບຕິດເປັນໜ້າທີ່ສຳຄັນ ແລະໄດ້ຊີ້ນຳໆພາຈັດ ຕັ້ງປະຕິບັດວຽກງານຢ່າງຈິງຈັງຕະຫຼອດມາ

ຕໍ່ບັນຫາດັ່ງກ່າວໄດ້ເອົາໃຈໃສ່ສຶກສາ ອົບຮົມທຸກຊັ້ນຄົນໃນສັງຄົມ ເປັນຕົ້ນແມ່ນຊາວໜຸ່ມ-ເຍົາວະຊົນຜູ້ທີ່ເປັນໜໍ່ແໜງປະເທດ ຊາດໄດ້ຮັບຮູ້ ແລະເຂົ້າໃຈຢ່າງ ຖືກຕ້ອງກ່ຽວກັບພິດໄພ ແລະ ຜົນຮ້ານຂອງຢາເສບຕິດ, ໂດຍຮູບການໂຄສະນາເຜີຍແຜ່ ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມະຕິຄຳສັ່ງຂອງພັກ-ລັດ ກ່ຽວກັບຢາເສບຕິດຢ່າງຕໍ່ເນື່ອງ ແລະເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍລົງ ແລະ ໝົດໄປຈາກສັງຄົມ.

ທີ່ມາ.​ ວິທະຍຸກະຈາຍສຽງສະຫວັນນະເຂດ