ປະທານປະເທດ ຮັບສານແຕ່ງຕັ້ງ ຈາກທູດ ຕີມໍ ເລດສເຕ ຄົນໃໝ່

ຂປລ. ໃນວັນທີ 26 ມິຖຸນາ 2020 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ມາເລຍ ຣິນາຕາ ຄາດັສ ເດີ ເຈຊຸສ (Maria Renata Caldas de Jesus) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ ເລດສເຕ ຄົນໃໝ່ ປະຈໍາ ສປປ ລາວ, ໂດຍມີສຳນັກ ງານຕັ້ງຢູ່ ນະຄອນຫລວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ Maria Renata Caldas de Jesus ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ປະຈໍາຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງສະພາບການພັດທະນາຂອງລາວ ໃຫ້ທ່ານທູດໄດ້ຮັບຊາບ ແລະ ສະແດງຄວາມຫວັງວ່າ ຕະຫລອດໄລຍະຂອງການປະຕິບັດໜ້າທີ່ການທູດຢູ່ລາວ ທ່ານທູດ ຈະປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮວ່ມມືທີ່ມີຢູ່ແລ້ວນັ້ນ, ໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ. ລັດຖະບານລາວ ພ້ອມທີ່ຈະໃຫ້ການຮ່ວມມື, ອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ຢູ່ລາວ ໃຫ້ປະສົບຜົນສໍາເລັດ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືທີ່ມີຢູ່ແລ້ວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານ ນາງ Maria Renata Caldas de Jesus ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ບຸນຍັງ ວໍລະຈິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສືບຕໍ່ເພີ່ມທະວີ, ຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງສອງປະເທດ ຕີມໍ ເລດສເຕ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ກ່ອນຈະມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ຕີມໍ ເລດສເຕ ຄົນໃໝ່ ປະຈຳ ສປປ ລາວ, ທ່ານໄດ້ສໍາເລັດໜ້າທີ່ປະຈໍາການທີ່ຮາວານາ ປະເທດກູບາ ແລະ ກັບຄືນປະເທດຮັບຜິດຊອບໜ້າທີ່ເປັນຫົວໜ້າກົມກົງສູນ ແລະ ພິທີການ, ກະຊວງການຕ່າງປະເທດ ແລະ ການຮ່ວມມື, ເປັນທີ່ປຶກສາດ້ານພິທີການໃຫ້ແກ່ປະທານາທິບໍດີ ຕີມໍ ແລັດສະເຕ, ເປັນຮອງເລຂາທິການໃຫຍ່ ແຫ່ງ ອົງການແມ່ຍິງຕີມໍ ແລັດສະເຕ.
ສປປ ລາວ ແລະ ຕີມໍ ເລດສເຕ ໄດ້ສ້າງສາຍພົວພັນການທູດ ຮ່ວມກັນ ໃນວັນທີ 29 ກໍລະກົດ 2002 ຕະຫລອດ 18 ປີຜ່ານມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ຢູ່ໃນລະດັບປົກກະຕິ ແລະ ມີການເສີມຂະຫຍາຍການພົວພັນສອງຝ່າຍ ເປັນກ້າວໆມາ.
ຂ່າວ: ທະນູທອງ ພາບ: ອ່າຍຄຳ