ຄອບຄົວຕົວແບບ ລ້ຽງສັດແບບປະສົມປະສານ ສ້າງລາຍຮັບໃຫ້ຄອບຄົວ 50 ລ້ານກີບຕໍ່ປີ

ການຜະລິດ ກະສິກຳປູກຝັງ-ລ້ຽງສັດ ໄດ້ເປັນພື້ນຖານໃນການສ້າງເສດ ຖະກິດຄອບຄົວ, ເປັນການສ້າງລາຍຮັບເຮັດໃຫ້ຄອບຄົວ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ດັ່ງຄອບຄົວທ່ານ ສົມປອງ ແກ້ວພິມານ ປະຊາຊົນບ້ານພູຖ້ຳພວງ ເມືອງລະຄອນເພັງ ແຂວງສາລະວັນ ເຊິ່ງເປັນຄອບຄົວຕົວແບບໃນການສ້າງເສດຖະ ກິດຄອບຄົວ ດ້ວຍການລ້ຽງສັດ ແບບປະສົມປະສານ ເປັນຕົ້ນ ລ້ຽງງົວ, ແບ້, ປາ, ໝູ (ໝູປ່າ) ແລະ ສັດປີກ, ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 50 ລ້ານກີບຕໍ່ປີ.

ທ່ານ ສົມປອງ ແກ້ວພິມານ ໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 1990 ຕົນເອງໄດ້ຢືດຖືອາຊີບເຮັດນາ ແລະ ສ້ຽງສັດປະເພດງົວ, ຄວາຍ ໂດຍລ້ຽງແບບປະຖົມປະຖານ ອາໄສແຕ່ທຳມະຊາດເປັນຫລັກ, ຈົນມາຮອດປີ 2007 ຈຶ່ງໄດ້ຫັນອາຊີບມາເຮັດຮ້ານສ້ອມແປງລົດ, ຮອດປີ 2013 ໄດ້ຫັນຈາກຮ້ານສອມແປງລົດ ມາເຮັດຮ້ານອາຫານ, ຮ້ານກິນດື່ມ ແລະ ເຮັດການຜະລິດກະສິກຳປູກເຂົ້າ ແລະ ສ້ຽງສັດແບບປະສົມປະສານ ເປັນຕົ້ນ ລ້ຽງງົວທອມ, ແບ້, ສັດປີກ, ຈົກໜອງລ້ຽງປາ, ປູກຫຍ້າ ແລະ ປູກເຂົ້າຈຳນວນໜຶ່ງ, ລວມເນື້ອທີ່ທັງໝົດ 47 ເຮັກຕາ ເຊິ່ງກິດຈະການດັ່ງກ່າວ, ແມ່ນນຳໃຊ້ທຶນຂອງຕົນເອງ 100%, ມາຮອດປັດຈຸບັນ ມີງົວທັງໝົດ 32 ໂຕ, ແບ້ 40 ກວ່າໂຕ, ໝູ 18 ໂຕ (ໝູປ່າ), ສັດປີກ 300 ກວ່າໂຕ, ໜອງປາ 6 ໜອງ ພ້ອມນັ້ນ ຍັງມີໂຮງສີເຂົ້າ ບໍລິການ ອີກດ້ວຍ. ຍ້ອນມີທ່າແຮງ ແລະ ໜໍ່ແໜງ ທີ່ເຫັນວ່າຄອບຄົວຂ້າພະເຈົ້າ ສາມາດກຸ້ມຕົນເອງ ແລະ ຂາຍເປັນສິນຄ້າໄດ້ ທາງອຳນາດການປົກຄອງຂັ້ນເມືອງ ໂດຍສະເພາະຫ້ອງການກະສິກຳ-ປ່າໄມ້ເມືອງ ໄດ້ໃຫ້ຄວາມສົນໃຈ ລົງມາໃກ້ຊິດຕິດແທດ, ສົ່ງເສີມ, ແນະນຳ ທາງດ້ານເຕັກນິກວິຊາການຕ່າງໆໃນການປູກ ແລະ ລ້ຽງສັດແບບປະສົມປະສານ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 50 ລ້ານກີບຕໍ່ປີ.

ຈາກຜົນສຳເລັດ ດັ່ງກ່າວ, ເກີດຂຶ້ນໄດ້ຍ້ອນແນວທາງນະໂນບາຍອັນຖືກຕ້ອງຂອງພັກ ໂດຍສະເພາະແມ່ນໄດ້ຮັບຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ຂອງອົງການປົກຄອງເມືອງລະຄອນເພັງ ກໍຄື ຫ້ອງການກະສິກຳເມືອງ ໄດ້ລົງແນະນຳດ້ານວິຊາການ ໃນການປູກ-ການລ້ຽງເປັນປະຈຳ ບວກກັບຄວາມເປັນເອກະພາບ, ຄວາມບາກບັ່ນພະຍາຍາມ ແລະ ຄວາມດຸໝັ່ນຂະຫຍັນພຽນ ຂອງສະມາຊິກພາຍໃນຄອບຄົວ.
ສຳລັບ ທິດທາງແຜນການໃນຕໍ່ໜ້າ ຈະຍືດໝັ້ນອາຊີບດັ່ງກ່າວນີ້, ໃຫ້ມີຄວາມໝັ້ນທ່ຽງ ແລະ ມີຄວາມຢືນຍົງດ້ວຍການຊອກແຫລ່ງທຶນ ມາເປີດກວ້າງກິດຈະການ ການປູກຫຍ້າ, ລ້ຽງສັດ ໃຫ້ຫລາຍຂຶ້ນ, ນຳເອົາວິທະຍາສາດເຕັກນິກ ເຂົ້າສູ່ການຜະລິດສູງຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວ ໄດ້ຮັບການຍົກລະດັບສູງຂຶ້ນໄປອີກ ແລະ ພ້ອມທີ່ຈະຖອດຖອນບົດຮຽນ ໃຫ້ແກ່ຄອບຄົວອື່ນໆ ພາຍໃນເມືອງ ເພື່ອເຮັດແນວໃດ ໃຫ້ການຜະລິດເປັນສິນຄ້າ ຂອງປະຊາຊົນພາຍໃນເມືອງລະຄອນເພັງ ນັບມື້ນັບຫລາຍຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ທະນູທອງ