ລາຄາຄຳ 8ລ້ານ2 ແສນ ກີບ/ບາດ ແລະ ມີແນວໂນ້ມເພີ່ມສູງຂຶ້ນ

ລາຄາຄຳກຳລັງສູງຂຶ້ນຕໍ່ເນື່ອງໂດຍຄຳຮູບປະພັນຢູ່ທີ່ 8 ລ້ານກວ່າກີບຕໍ່ 1 ບາດ ນັບວ່າເປັນສະຖິຕິທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ອີງຕາມລາຄາຄຳຂອງຮ້ານຄຳພູວົງ. ຫຼ້າສຸດ, ມາຮອດເຊົ້າວັນທີ 24 ມິຖຸນາ 2020 ນີ້ ລາຄາຄຳໄດ້ປັບຂຶ້ນເປັນ 8.209.000 ກີບຕໍ່ບາດ; 2.054.000 ກີບຕໍ່ສະຫຼຶງ ເຊິ່ງສະເພາະແຕ່ເຊົ້ານີ້ມີການປັບລາຄາຄຳຂຶ້ນ-ລົງ 2 ຄັ້ງແລ້ວ ເປັນການປັບຂຶ້ນຢ່າງຕໍ່ເນື່ອງ

ນັບແຕ່ລັດຖະບານຜ່ອນຜັນມາດຕະການລ໋ອກດາວ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນຕົ້ນເດືອນພຶດສະພາຜ່ານມາ ແລະ ໄດ້ອະນຸຍາດໃຫ້ຮ້ານຄ້າເປີດ ໂດຍລາຄາຄຳ ວັນທີ 4 ພຶດສະພາ ແມ່ນ 7.309.000 ກີບຕໍ່ບາດ; 1.829.000 ກີບຕໍ່ສະຫຼຶງ.