ເຫດຄົນຈົມນໍ້າເສຍຊີວິດ ທີ່ຖໍ້າຈຳປີ ເມືອງປາກຊ່ອງ ແຂວງຈຳປາສັກ
ຕອນສວຍຂອງວັນທີ 21/6/2020 ແຈ້ງຈາກປະຊາຊົນວ່າ ມີຄົນລົງລອຍນໍ້າ ຢູ່ວັງຕົກຕາດຖໍ້າຈຳປີ ປາກຊ່ອງ ແລ້ວສູນຫາຍຈົມນໍ້າໄປ

ຊາວບ້ານພາກັນຄົ້ນຫາຫຼາຍຊົ່ວໂມງຈຶ່ງພົບ ເປັນເພດຊາຍແຕ່ ເສຍຊີວິດແລ້ວ
ສາເຫດຄາດວ່າ ຜິດພາດທາງການລອຍນໍ້າບວກກັບດື່ມເບຍ , ອາກາດຮ້ອນ ແລ້ວລົງລອຍນໍ້າ ເກີດການຊ໋ອກ

ຝາກເຕືອນທຸກທ່ານຄວນລະວັງຕື່ມ ແລະ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ສູນເສຍ