ຊາຕານໃນຄາບຄົນດີ ລ່ວງລະເມີດທາງເພດ ເດັກກຳພ້າ 4 ຄົນ

ວັນທີ່ 16 ເດືອນ ມິຖຸນາ ປີ2020 ເວັບໄຊ້ເມໂທຣ ລາຍງານວ່າ ເກຣກໍລີ ເຮຍ ດາວ ມີສຊັນນາລີຄົນ ອາເມລິກາ ຈະຕ້ອງຈຳຄຸກຂອງລັດທະບານສະຫະລັດ ເປັນເວລາ 16 ປີ ພາຍຫຼັງເມື່ອວັນທີ່ 15 ມິຖຸນາ ລາວຍອມຮັບສາລະພາບໃນຄວາມຜິດ 4 ກະທົງ ຂໍ້ຫາມີສ່ວນຮ່ວມໃນການກະທຳຜິດທາງເພດໂດຍຜິດຕໍ່ກົດໝາຍໃນຕ່າງແດນ

ໂດຍໄອຍາການເປີດເຜີຍວ່າ ເກຣກໍລີ ເຮຍ ໄດ້ກໍເຫດລ່ວງລະເມີດທາງເພດເດັກຍິງ 4 ຄົນ ໃນສະຖານທີ່ຮັບລ້ຽງເດັກກຳພ້າ ທີ່ລາວເປັນຜູ້ດຳເນີນການໃນປະເທດເຄນຢາ ເຊີ່ງເຫດການອັນຊົ່ວຮ້າຍນີ້ເກີດຂື້ນລະຫວ່າງປີ 2013-2017 ໃນຂະນະທີ່ເຫຍື່ອສອງຄົນມີອາຍຸພຽງ 11 ປີ ສ່ວນອີກສອງຄົນ ອາຍຸ 12 ປີ ແລະ 13 ປີ ໂດຍ ແມລີ່ ໂຣສ ພັນລະຍາຂອງລາວກໍ່ມີສ່ວນຮູ້ເຫັນນຳ ໂດຍການພາເຫຍື່ອ ຜູ້ເຄາະຮ້າຍເຮັດການຝັງຍາຄຸມກຳເນີດ ໂດຍບໍ່ຕ້ອງກັງວົນວ່າເດັກນ້ອຍຈະມີລູກ

ນອກຈາກນີ້ລາວຍັງມີພຶດຕິກຳລໍ່ລວງເຫຍື່ອດ້ວຍການມອບສີ່ງຂອງທີ່ມີຄ່າເຊັ່ນ: ໂທລະສັບມືຖືໃຫ້ກັບເຫຍື່ອ ແລະຈາກການກວດສອບປະຫວັດອາດສະຢາກຳ ພົບວ່າຊາຍຄົນນີ້ເຄີຍຖືກຕັດສີນໃຫ້ມີຄວາມຜິດຖານທຳຮ້າຍຮ່າງກາຍ ເພື່ອທາລຸນນະກຳທາງເພດໃນປີ 1996
ເຊີ່ງຄວາມຊົ່ວທີ່ເລວລ້າຍຂອງ ເກຣກໍລີ ເຮຍ ຖືກເປີດເຜີຍ ເມື່ອສອງເດັກຍິງທີ່ຕົກເປັນເຫຍື່ອໄດ້ເຂົ້າແຈ້ງຄວາມກັບຕຳຫຼວດໃນເຄນຢາ ຕຳຫຼວດຈື່ງເຮັດການກວດສອບ ແລະ ຂັບກຸມລາວໄດ້