ເຄັດ​ລັບ​ກຳຈັດ​ຂີ້​ແມງ​ວັນ, ຂີ້ກະຕອດ(ຂີ້ຕູດ), ຕາປາ​ ລາ​ຄາ​ສະບາຍ​ກະ​ເປົ໋າ​

ວັດ​ຖຸ​ທີ່​ຕ້ອງ​ກຽມ​ ປູນ​ແດງ​ຜົງ​ດ່າງ​, ສະ​ບູ​ຊັນ​ໄລ​ຕ໌​, ສ​ະບູ​ທຳມະດາ ແລະ ໄມ້​ຈິ້ມ​ແຂ້ວ​

ວິທີ​ກຳຈັດ​

1. ນຳ​ເອົາ​ປູນ​ແດງ​ມາ​ປະສົມ​ກັບ​ຜົງ​ດ່າງ​ ຫລື ​ສະ​ບູ​ໃນ​ອັດຕາ​ສ່ວນ​ທີ່​ເທົ່າ​ກັນ​

2. ຕື່ມນ້ຳ​ລົງ​ໄປ​ນ້ອຍໜຶ່ງ​ພໍ​ໃຫ້ເປັນ​ເນື້ອຄຣີມ​ຂຸ້ນ​ໆ​

3. ນຳ​ໄມ້​ຈິ້ມ​ແຂ້ວ​ໄປ​ຈຸ່ມ​ໃນ​ປູນ​ແດງ​ທີ່​ປະສົມ​ໄວ້​ໃຫ້​ໄດ້​ເປັນ​ກ້ອນ​ນ້ອຍໆ ​ຫລື​ ຂະໜາດ​ເທົ່າ​ກັບ​ເມັດ​ຂີ້ແມງວັນ

4. ນຳ​ໄມ້​ຈິ້ມ​ແຂ້ວ​ໄປ​ແປະ​ບໍລິເວນ​​ຂີ້​ແມງ​ວັນ ແລະ ​ລໍຖ້ຈົນກວ່າ​ຈະ​ແຫ້ງ

5. ເມື່ອ​ແຫ້ງ​ແລ້ວ​ໃຫ້​ລ້າງ​ໜ້າ​ດ້ວຍ​ນ້ຳ​ສະ​ອາດ​ ຫລື​ ເຊັດ​ອອກ​ດ້ວຍ​ຜ້າ​ສະ​ອາດ​ຄ່ອຍໆ​ ຈະ​ສັງເກດ​ເຫັນ​ວ່າ​ຂີ້​ແມງ​ວັນ​ຫຼຸດອອກ​ໄປ​ຈາກ​ໃບ​ໜ້າ​  ແຕ່​ຖ້າ​ຍັງ​ບໍ່​ຫຼຸດ​ອາດ​ຕ້ອງ​ເຮັດ​ຊ້ຳ​ອີກ​ໜຶ່ງ​ຮອບ ແລະ​ ລໍຖ້າປະ​ມານ​ 1 ອາທິດ​ຂີ້ແມງວັນ​ຈະ​ຕົກ​ສະ​ເກັດ ​ແລະ ​ຫຼຸດ​ອອກ​ເອງ​ ຫ້າມ​ແກະ​ຫລື​ເກົາ​