ເສດຖະກິດຂອງລາວເຕີບໂຕ ຢູ່ໃນລະດັບຕໍ່າທີ່ສຸດພາຍໃນ 30 ປີ ຍ້ອນ Covid-19
ອີງຕາມບົດລາຍງານເສດຖະກິດໂລກ ຂອງ ທະນາຄານໂລກ, Covid-19ໄດ້ສ້າງຜົນກະທົບຕໍ່ປະເທດລາວໃນຫລາຍໆດ້ານ, ລວມທັງການທ່ອງທ່ຽວ, ການຄ້າ, ການລົງທືນ, ລາຄາສິນຄ້າ, ອັດຕາແລກປ່ຽນ.

ເຖິງວ່າຈະມີການຫຼຸດຜ່ອນລາຍຈ່າຍສາທາລະນະຫຼາຍຄັ້ງ ແຕ່ຄວາມສາມາດໃນການເກັບງົບປະມານທີ່ຈຳກັດຍັງສືບຕໍ່ເຮັດໃຫ້ການຂາດດຸນເພີ່ມຂື້ນ, ຄາດວ່າຈະເພີ່ມຂື້ນເປັນ 7,5-8,8% ຂອງ GDP ແລະ ໜີ້ສາທາລະນະອາດຈະຢູ່ລະດັບ 65- 68% ຂອງ GDP ໃນປີ 2020.

ທ່ານ ລີເບີ ລີບົວປາວ ຮັກສາການຫົວໜ້າສະຖາບັນ ຄົ້ນຄວ້າເສດຖະກິດແຫ່ງຊາດ ໃຫ້ຮູ້ວ່າ: ສໍາລັບການຟື້ນຟູ ເສດຖະກິດໄລຍະສັ້ນ ແມ່ນຕ້ອງໃຊ້ທ່າແຮງໃຊ້ກໍລັງບົ່ມຊ້ອນ ທີ່ມີຢູ່ພາຍໃນປະເທດ, ເຊິ່ງຍັງສາມາດເຮັດໄດ້ຢູ່ ໂດຍສະເພາະ ການທ່ອງທ່ຽວພາຍໃນ ແລະ ການຜະລິດກະສິກໍາ-ຜະລິດ ສະບຽງອາຫານ ສະນັ້ນ ການສົ່ງເສີມຜະລິດ ສິນຄ້າຕອບສະໜອງ ພາຍໃນກໍເປັນໂອກາດດີ, ເຊິ່ງຜ່ານມາຜູ້ປະກອບການ ຜູ້ຜະລິດພາຍໃນ ຍັງເປັນຫ່ວງວ່າສິນຄ້າ ຈາກຕ່າງປະເທດເຂົ້າມາແລ້ວ ບໍ່ສາມາດແຂ່ງຂັນໄດ້ ຖ້າວ່າປະກິດຈະການ ນັ້ນໄປເຮັດແນວອື່ນ,
ແຕ່ດຽວນີ້ກໍເປັນໂອກາດດີ ຖ້າບໍ່ມີສິນຄ້າເຂົ້າມາຫລາຍ ກໍເປັນໂອກາດໃຫ້ເຮົາ ຜະລິດພາຍໃນ ແລະ ຕອບສະໜອງ ຄວາມຕ້ອງການພາຍໃນ. ນອກນັ້ນ, ກໍເປັນໂອກາດໃນການ ຊຸກຍູ້ສົ່ງເສີມການຜະລິດພາຍໃນ ການບໍລິການພາຍໃນ ທີ່ວ່າຫລຸດຜ່ອນການ ແຂ່ງຂັນກັບພາຍນອກ. ຜ່ານມາຖ້າສິນຄ້າຈາກຕ່າງປະເທດເຂົ້າມາ ກໍມີບັນຫາກັບການແຂ່ງຂັນພາຍໃນ ນັກທຸລະກິດທີ່ໜຸ່ມນ້ອຍ ບໍ່ສາມາດແຂ່ງຂັນໄດ້ ກັບນັກລົງທຶນພາຍນອກໄດ້.

ປັດຈຸບັນ, ການຫລຸດຜ່ອນການເຂົ້າມາ ຂອງນັກລົງທຶນພາຍນອກ ກໍເປັນໂອກາດໃຫ້ນັກລົງທຶນພາຍໃນ ສາມາດດໍາເນີນທຸລະກິດ ສາມາດແຂ່ງຂັນກັນ ໄດ້ຢູ່ພາຍໃນປະເທດ ແຕ່ລັດຖະບານ ຕ້ອງມີນະໂຍບາຍສົ່ງເສີມ ພາກທຸລະກິດ ແລະ ພາກທຸລະກິດເອງ ກໍ່ຕ້ອງເປັນເຈົ້າການ ແລະ ຖືໂອກາດພັດ ທະນາຕົນເອງ ໃນຂະນະທີ່ບໍ່ມີຄູ່ແຂ່ງຕ່າງປະເທດ ໃນໄລຍະນີ້.
ພ້ອມນີ້, ຍັງເປັນໂອກາດສຳລັບພາຍໃນພວກເຮົາໃຫ້ເລີ່ມຈາກຜະລິດກຸ້ມຕົນເອງ ແລະ ຜະລິດເພື່ອຕອບສະໜອງ ຄວາມຕ້ອງການຂອງຕະ ຫລາດພາຍໃນປະເທດ.
ທີ່ມາ: thoidai.com.vn