ຜົວໂຫດ ຂ້າຕະກຳເມຍໂຕເອງ ທີ່ກຳລັງຖືພາໄດ້ 9 ເດືອນ

ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ ໃນວັນທີ 18.6.2020 ເວລາ 22:20ໂມງໄດ້ຮັບແຈ້ງເຫດຜ່ານ ເບີ 023 1625 ວ່າມີເຫດຜົວຄາດຕະກຳເມຍໂຕເອງ ຢູ່ທີ່ບ້ານນາຊູ ເມືອງໂພນໂຮງ ແຂວງວຽງຈັນ ເມື່ອໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນໄປຮອດບ່ອນເກີດເຫດ ພົບເຫັນຜູ້

ເສຍຊີວິດ 01​ຄົນ,ເປັນ​ເພດຍີງ, ອາຍຸ30ປີ,​ອາການເບື້ອງຕົ້ນແມ່ນ: ມີບາດແຜເປີດທີ່ບໍລິເວນໃບຫນ້າ ແລະຫົວ(ຜູ້ເສຍຊີວິດກຳລັງຖືພາໄດ້ປະມານ 9ເດືອນ).

ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ຫໍ-ມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງມາທີ່ໂຮງໜໍແຂວງວຽງຈັນ (ໂຮງເຢັນ).ສ່ວນລາຍລະອຽດຂອງການຕາຍແມ່ນຍັງຢູ່ໃນຂັ້ນຕອນການສັນນະສູດຫລັກຖານຂອງເຈົ້າຫນ້າທີ່.ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຜູ້ເສຍຊີວິດ.​