ເຫດ​ຄົນເສຍຊີວິດ​ ເພດຊາຍ 1ຄົນ(ຄົນຕ່າງຊາດ)​

ໃນວັນທີ 18.06.2020 ເວລາ 22:56 ນາທີ ໄດ້ຮັບແຈ້ງເຂົ້າເບີ 0711625 ວ່າມີຄົນເສຍຊີວິດຢູ່ທີ່ບ້ານພັກແຫ່ງຫນື່ງ ຂອງບ້ານຈູມຄ້ອງ ນະຄອນຫວງພະບາງ ເມື່ອທີມງານຫນ່ວຍກູ້ຊີບອົງການກາແດງລາວ ໄດ້ອອກກວດສອບເຫດພົບເຫັນຜູ້ເສຍຊີວິດເພດຊາຍ 01ຄົນ (ຄົນປະເທດ ອົດສະຕາລີ) ສ່ວນຂໍ້ມູນ,​ສາເຫດແລະລາຍລະອຽດຕ່າງໆຂອງຜູ້ເສຍຊີວິດແມ່ນຢູ່ໃນການສອບສວນຂອງເຈົ້າຫນ້າທີ່ຕຳຫລວດ.​

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໄປ​ໂຮງ​ເຢັນ​ໂຮງໝໍ​ແຂວງ​ຫລວງພະບາງ​.
ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນນນນນ…

#ພົບເຫັນອຸບັດຕິເຫດ,​ເຈັບ- ປ່ວຍ ສຸກເສີນໂທແຈ້ງ 71 1625 ; 030 9211625
#ບໍລິການຟີຣ ຕະຫຼອດ​24 ຊົ່ວໂມງ.​
ທ່ານໃດຢາກຊ່ວຍເຫລືອຫນ່ວຍງານ ສາມາດ​ບໍ​ລິຈາກເຄື່ອງອຸປະຖຳຕ່າງໆເຊັ່ນ: ເຂົ້າ​ສານ,​ອາຫານການກິນ,​ນ້ຳມັນລົດ ຫລື ອຸປະກອນ​ການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 0309211625