ສ.ອາເມລິກາ ຂະຫຍາຍເວລາຂວ້ຳບາດ ສປປ ເກົາຫລີ ຕື່ມອີກ1ປີ
ຂ່າວຈາກ ນະຄອນຫລວງ ວໍຊີງຕັນ,ວັນທີ 18ມິຖຸນາ, ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ລົງນາມຂະຫຍາຍເວລາການຂວ້ຳບາດ ສປປ ເກົາຫລີ ຕໍ່ໄປອີກຢ່າງໜ້ອຍ 1ປີ ໃນເວລາດຽວກັນ ເຮືອບິນສອດແນມ ຂອງກອງທັບ ສ.ອາເມລິກາ ບິນລາດຕະເວນ ຢູ່ແຫລມເກົາຫລີ ທ່າມກາງບັນຍາກາດ ເຄັ່ງຮ້ອນຄັ້ງໃໝ່.

ການໃຊ້ອຳນາດດັ່ງກ່າວ ຂອງຜູ້ນຳ ສ.ອາເມລິກາ ຄືການຂະຫຍາຍເວລາຂອງຄຳສັ່ງ ຝ່າຍບໍລິຫານ ໝາຍເລກ 13466 ປະກາດ ຄັ້ງທຳອິດ ໃນວັນທີ 26 ມິຖຸນາ ປີ 2008 ໃນສະໄໝຂອງ ທ່ານ ຈອດ ດັບເບີລຢູ ບຸສ ແລະ ຜູ້ນຳ ສ.ອາເມລິກາ ທຸກຄົນ ນັບຈາກນັ້ນ ລົງນາມ ຕໍ່ເວລາຄຳສັ່ງນີ້ ຕະຫລອດມາ ຕາມທຳນຽມ ເນື່ອງຈາກ ເປັນຄຳສັ່ງ ທີ່ຕ້ອງມີການພິຈາລະນາຕໍ່ອາຍຸປີລະ 1ຄັ້ງ ຖ້າບໍ່ດັ່ງນັ້ນ ຖືວ່າຍົກເລີກອັດຕະໂນມັດ ແຕ່ການລົງນາມໃນຄັ້ງນີ້ ແມ່ນກົງກັບ ສະຖານະການ ແຫລມເກົາຫລີ ພວມປົກຄຸມໄປດ້ວຍ ບັນຍາກາດ ເຄັ່ງຮ້ອນຄັ້ງໃໝ່.
ຮຽບຮຽງຂ່າວໂດຍ ສະໄຫວ ຂປລ