“ຢາກເປັນລູກເຂີຍ” ເພງລາວທີ່ກຳລັງດັງ ແລະ ຍອດວິວຂຶ້ນໄວ້ທີ່ສຸດປ່ອຍພຽງ 3 ອາທິດ ຍອດວິວຕອນນີ້ 14 ລ້ານວິວແລ້ວ
ຢາກເປັນລູກເຂີຍຂອງແມ່ເຈົ້າ ຢາກເປັນລູກເຂີຍຂອງພໍ່ເຈົ້າ, ຢາກເປັນຜູ້ເຖົ້າຜູ້ແກ່ກັບນາງ … ແຕ່ວ່າ ອ້າຍກະ 56 ເດີ້ …. ຖ້າສົມມຸດວ່າເຮົານັ້ນເປັນແຟນກັນ ຫຼາຍຄົນບັນເທີງຄົງໄດ້ຍິນ ແລະ ຮ້ອງ ແລະ ເອົາໄປໃຊ້ກັນແມ່ນບໍ່ ເພາະເພງນີ້ເພງ ຢາກເປັນລູກເຂີຍ
ຂອງT JAME UNO , ສິດ ສອງແສນສີ່ , Big Yai Mixed (ແບກຶ), Mastered by T JAME UNO, Prod by : T JAME UNO

ເປັນເພງລາວ ແນວສະຕິງໄວລຸນທີ່ເນື້ອຫາ, ທຳນອງມ່ວນຫຼາຍ ໄດ້ 3 ສິນລະປິນມາຮ້ອງຮ່ວມກັນແບບລົງໂຕ ຕາມສະຕາຍໃຜມັນແລະ ມັນສຸດຍອດໄປກວ່ານັ້ນຄື ປ່ອຍມາໄດ້ 2 ອາທິດ ຍອດວິວ 10.000.000

ໂອ້, ບໍ່ທຳມະດາ ບາງເພງຂອງລາວປ່ອຍດົນຍັງບໍ່ໄດ້ຫຼາຍຂະໜາດນີ້ ຖືວ່າເປັນເພງໜຶ່ງທີ່ດີ ຟັງສະບາຍໆ ໄວລຸ້ນມັກ ແລະ ດັງຫຼາຍໃນແອັບຕິກຕ໊ອກຕອນນີ້

ມ່ວນສ່ຳໃດ ໄປຟັງເລີຍ