ຮູ້ໄວ້! ຕໍາຫຼວດຈາລະຈອນ ຕັ້ງດ່ານກວດ ຫາກມີກໍາລັງພົນ ໜ້ອຍກວ່າ 7 ຄົນ ແມ່ນຜິດລະບຽບ

ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດ ຖະກິດ-ສັງຄົມຢ່າງຫຼີກລ່ຽງບໍ່ໄດ້. ໃນການແກ້ໄຂບັນຫາດັ່ງກ່າວເຈົ້າໜ້າທີ່ກົມ ແລະ ພະແນກຕໍາຫຼວດຈະລາຈອນ ໃນທົ່ວປະເທດໄດ້ສຸມໃສ່ສະກັດກັ້ນບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍລົງເທື່ອລະກ້າວໂດຍສຸມໃສຕັ້ງດ່ານກວດກາຄວາມ ບໍ່ເປັນລະບຽບຮຽບຮ້ອຍ ແລະອື່ນໆ, ເຖິງຈະມີການຈັດຕັ້ງປະຕິບັດຢ່າງຕັ້ງໜ້າກໍຕາມ ແຕ່ກໍມີຫາງສຽງຂອງຜູ້ ໃຊ້ລົດ-ໃຊ້ຖະໜົນຕໍ່ການປະຕິບັດຂອງເຈົ້າໜ້າທີ່ທີ່ສວຍໃຊ້ໂອກາດແອບແຝງມີການເກັບເງິນຈາກຜູ້ລະເມີດ. ຫຼ້າສຸດ, ມີຜູ້ບັນທຶກພາບເຈົ້າໜ້າທີ່ຮຽກເກັບເງິນນໍາຜູ້ທີ່ເຮັດຜິດລະບຽບ, ເຊິ່ງບັນຫາດັ່ງກ່າວໄດ້ສ້າງພາບພົດ ບໍ່ດີມາຍັງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແລະ ການກະທໍາດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍ ທັງຜູ້ເອົາ ແລະ ຜູ້ໃຫ້.

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວ ໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ມີຄໍາເຫັນຕໍ່ບັນ ຫານີ້ວ່າ: ປັດຈຸບັນ, ບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຕາມທ້ອງຖະໜົນໄດ້ເກີດຂຶ້ນ ເປັນຕົ້ນແມ່ນບັນຫາການ ຈະລາຈອນແອອັດຕາມຕົວເມືອງໃຫຍ່, ອຸບັດຕິເຫດ ແລະ ນໍາໃຊ້ພາຫະນະຂົນສົ່ງຄ້າຂາຍຢາເສບຕິດ ແລະ ກໍ່ ການກະທໍາຜິດອື່ນໆ. ຕໍ່ກັບການສະກັດກັ້ນບັນຫາດັ່ງກ່າວນີ້, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນໄດ້ມີການ ຈັດຕັ້ງດ່ານກວດກາຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງເມືອງ ແລະ ແຂວງ ເພື່ອສະກັດກັ້ນກຸ່ມຄົນບໍ່ ດີທີ່ສວຍໃຊ້ລົດ-ໃຊ້ຖະໜົນເຂົ້າໃນການລັກຂົນສົ່ງສິນທີ່ຜິດກົດໝາຍ, ການຕັ້ງດ່ານຈຸດກວດກາພາຫະນະຕາມ ສາຍທາງຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໃນປັດຈຸບັນໄດ້ກາຍເປັນບັນຫາທີ່ສັງຄົມ ກໍຄືຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ ຄວາມສົນໃຈຫຼາຍ

ไม่มีคำอธิบายรูปภาพ

ເນື່ອງຈາກວ່າໄດ້ມີບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ບາງຈຸດຕັ້ງດ່ານກວດກາທີ່ບໍ່ສອດຄ່ອງຕາມ ລະບຽບຫຼັກການວິຊາສະເພາະຂອງຕໍາຫຼວດຈະລາຈອນ ເຮັດໃຫ້ມີຫາງສຽງຈາກພໍ່-ແມ່ປະຊາຊົນທີ່ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບຫຼັກການສັນຈອນ ກໍຄືການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ຕໍາຫຼວດຈະ ລາຈອນໃນການຕັ້ງຈຸດກວດກາພາຫະນະຍັງປະກົດມີການແອບແຝງຮຽກເກັບເງິນນໍາຜູ້ທີ່ເຮັດຜິດລະບຽບກົດ ໝາຍ, ເຊິ່ງໃນຄວາມເປັນຈິງຕໍາຫຼວດຈະລາຈອນ ແມ່ນເຮັດໜ້າທີ່ຕາມຫຼັກການວິຊາສະເພາະ ແລະ ເຮັດໜ້າທີ່ ຕາມກົດໝາຍຈະລາຈອນທາງບົກເປັນຜູ້ກວດກາກົດໝາຍ ແລະ ອໍານວຍຄວາມສະດວກໃຫ້ແກ່ການສັນຈອນ.

ในภาพอาจจะมี 1 คน

ນອກນີ້, ເວົ້າເລື່ອງການເອົາເງິນໃນ ຫຼັກການຂອງກໍາລັງແມ່ນບໍ່ມີ, ທີ່ຜ່ານ ມາຫາງສຽງດັ່ງກ່າວມີພໍ່ແມ່ປະຊາຊົນ ສະເໜີຜ່ານສະພາ ແລະ ຜ່ານທາງສື່ມວນຊົນ ແຕ່ທາງເຈົ້າໜ້າທີ່ກໍໄດ້ກວດກາຕະຫຼອດແຕ່ບໍ່ພົບ, ແຕ່ພາບພົດ ລວມກໍຍັງມີຈໍານວນສ່ວນໜ້ອຍໜຶ່ງເອົາເງິນ, ເມື່ອມາເວົ້າເຖິງກົດໝາຍການເອົາ ແລະ ການໃຫ້ເປັນການລະ ເມີດກົດໝາຍ, ຖ້າຕໍາຫຼວດຈະລາຈອນໄປເອົາເງິນແມ່ນບໍ່ຖືກຕ້ອງ, ເຊິ່ງມາດຕະການໃນການກວດກາພົບເຫັນ ຜູ້ລະເມີດທີ່ບໍ່ຮຸນແຮງຕ້ອງຂຽນໃບສັ່ງໃຫ້ກັກເອກະສານລົດ, ໃບຂັບຂີ່ ຫຼື ບັດປະຈໍາຕົວ. ຈາກນັ້ນ, ແນະນໍາໃຫ້ຜູ້ ລະເມີດເຂົ້າມາຫ້ອງການ ແລະ ສຶກສາອົບຮົມທັງເບິ່ງການລະເມີດແຕ່ລະຂໍ້ ເພື່ອມອບໃຫ້ການເງິນປັບໃໝຕາມ ລະບຽບ, ທີ່ຜ່ານມາການຕັ້ງດ່ານກວດກາຂອງເຈົ້າໜ້າທີ່ ສາມາດສະກັດກັ້ນບັນຫາປະກົດການຫຍໍ້ທໍ້ເປັນຕົ້ນລົດ ຂີ້ລັກ, ລົດລັກລອບຂົນສົ່ງຢາເສບຕິດ, ຄ້າຂາຍເຖື່ອນ, ການແຈ້ງລົດເສຍ ແລະອື່ນໆ ໄດ້ເປັນຈໍານວນຫຼວງຫຼາຍ.

ไม่มีคำอธิบายรูปภาพ

ເຊິ່ງການຕັ້ງດ່ານຈຸດກວດກາພາຫະນະຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນັ້ນແມ່ນຈະອະນຸຍາດໃຫ້ຕັ້ງດ່ານກວດ ແບບມີຈຸດສຸມ, ມີເປົ້າໝາຍ, ມີແຜນການຂອງພະແນກ ໂດຍສົມທົບກັບບັນດາຕໍາຫຼວດຈະລາຈອນເມືອງ ຫຼື ກົມ ກອງວິຊາສະເພາະຕ່າງໆ ຈຶ່ງສາມາດຕັ້ງດ່ ານກວດກາໄດ້, ຖ້າວ່າມີກໍາລັງເຈົ້າໜ້າທີ່ 2-3 ຄົນ ແມ່ນຈະບໍ່ອະນຸຍາດ ໃຫ້ຕັ້ງດ່ານກວດກາພາຫະນະຢ່າງເດັດຂາດ; ການຕັ້ງດ່ານຈຸດກວດກາຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ຖືກ ຕ້ອງຈະຕ້ອງມີເປົ້າໝາຍກວດກາຢູ່ຈຸດຕ່າງໆທີ່ມີປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນຈຸດທີ່ມີການລະເມີດການສັນ ຈອນ, ຈຸດທີ່ມີພວກກໍ່ອາຊະຍາກໍາຕ່າງໆ ນໍາໃຊ້ເສັ້ນທາງ ແລະອື່ນໆ.

ในภาพอาจจะมี ท้องฟ้า, รถยนต์ และสถานที่กลางแจ้ง

ການຕັ້ງດ່ານຈຸດກວດກາຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນຢ່າງໜ້ອຍຕ້ອງມີກໍາລັງ 7 ຄົນຂຶ້ນໄປ ຈຶ່ງຖືກຕ້ອງ ຕາມລະບຽບຫຼັກການວິຊາສະເພາະ ຫຼື ຖືກຕາມກົດໝາຍຂອງກໍາລັງປ້ອງກັນຄວາມສະຫງົບ.

ຕໍ່ກັບບັນຫາການ ປະຕິບັດໜ້າທີ່ໃນການຕັ້ງດ່ານກວດກາ ຂອງເຈົ້າຕໍາຫຼວດຈະລາຈອນທີ່ບໍ່ຖືກຕ້ອງໃນໄລຍະຜ່ານມາ, ຄະນະພັກ- ຄະນະບັນຊາໄດ້ມີການຈັດຕັ້ງພະນັກງານ ລົງກວດກາຢ່າງຕໍ່ເນື່ອງຢູ່ຕາມຈຸດທີ່ມີສະພາບການຢ່າງມີຄວາມຮັບຜິດ ຊອບຕໍ່ກໍາລັງຂອງວຽກງານຈະລາຈອນ; ເຊິ່ງໄດ້ມີການລົງກວດກາການປະຕິບັດໜ້າທີ່ຂອງຕໍາຫຼວດຈະລາຈອນ ຢູ່ຕາມຈຸດກວດກາ ຫຼື ບັນດາປ້ອມຍາມຂອງເຈົ້າໜ້າທີ່ທີ່ເຮັດໜ້າທີ່ວິຊາສະເພາະ 2-3 ສະຫາຍ, ແມ່ນຫ້າມບໍ່ໃຫ້ມີ ການຈັດຕັ້ງປະຕິບັດກວດກາຢ່າງເດັດຂາດ, ເນື່ອງຈາກວ່າຈຸດດັ່ງກ່າວ ເປັນພຽງສະຖານທີ່ບ່ອນຕິດຕາມກວດກາ ສະພາບການສັນຈອນຕິດຂັດຢູ່ພື້ນທີ່ດັ່ງ ກ່າວ ເພື່ອລະບາຍລົດແກ້ໄຂບັນຫາລົດແອອັດ ຫຼື ອໍານວຍຄວາມສະດວກ ໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຢູ່ເສັ້ນທາງຕ່າງໆ ມີຄວາມສະດວກສະບາຍ ໂດຍສະເພາະຖ້າມີສະພາບການເກີດອຸບັດ ຕິເຫດແມ່ນສາມາດລົງແກ້ໄຂໄດ້ຢ່າງທັນການ.

ในภาพอาจจะมี หนึ่งคนขึ้นไป, รถยนต์ และสถานที่กลางแจ้ง

ຢ່າງໃດກໍຕາມ, ການສວຍໃຊ້ໜ້າທີ່ຮຽກເອົາເງິນນຳປະຊາຊົນເປັນປະກົດການຫຍໍ້ທໍ້ຕໍ່ກໍາລັງຕໍາຈະລາຈອນ.

ສະນັ້ນ, ເພື່ອແກ້ໄຂບັນຫາຫາງສຽງໃຫ້ຫຼຸດລົງຄະນະພັກ-ຄະນະບັນຊາຈະຕ້ອງສຶກສາອົບຮົມແນວຄິດການເມືອງຂອງອ້າຍ ນ້ອງໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ລະບຽບກໍາລັງທີ່ວາງອອກ ພ້ອມທັງຕິດຕາມຢ່າງໃກ້ຊິດການປະຕິດໜ້າທີ່ຂອງ ອ້າຍນ້ອງ, ກໍລະນີພົບເຫັນການປະຕິບັດທີ່ຂັດຕໍ່ລະບຽບກົດໝາຍໃຫ້ຕັກເຕືອນຮ້າຍແຮງໃຫ້ປະຕິບັດລະບຽບ ຂອງກໍາລັງຢ່າງເຂັ້ມງວດ ເພື່ອແນໃສ່ບໍ່ໃຫ້ເປັນຊ່ອງວ່າງໃນການປະຕິບັດໜ້າທີ່.