ອີຢູ ສັ່ງຊື້ວັກແຊງປ້ອງກັນໂຄວິດ-19 ມູນຄ່າ2,4 ຕື້ເອີໂຣ
ຕາມຂ່າວຈາກ ຫວຽດນາມ, (VOVWORLD) ລັດຖະບານ ບັນດາປະເທດ ສະມາຊິກ ສະຫະພາບ ເອີຣົບ (ອີຢູ) ໄດ້ມອບສິດ ໃຫ້ຄະນະ ກຳມະການ ເອີຣົບ (EC) ເພື່ອປຶກສາຫາ ລື ເຈລະຈາ ການສັ່ງຊື້ ວັກແຊງ ຊະນິດຕ່າງໆ ທີ່ສາມາດ ປ້ອງກັນ ເຊື້ອພະຍາດ ໂຄວິດ-19 ຄິດເປັນມູນຄ່າ 2,4 ຕື້ເອີໂຣ. ກອງປະຊຸມ ທາງອອນລາຍ ລະ ຫວ່າງ ບັນດາລັດຖະມົນຕີ ກະຊວງ ສາທາ ລະນະສຸກ ອີຢູ

ກ່ຽວກັບ ບັນດາມາດຕະການ ປ້ອງກັນ, ສະກັດກັ້ນ ການຕິດ ແປດ ເຊື້ອພະຍາດ ຈາກນັ້ນ ບັນດາລັດຖະມົນຕີ ໄດ້ສະໜັບ ສະໜູນ ແຜນການຂອງ EC ນຳໃຊ້ກອງທຶນດ່ວນ ເພື່ອສັ່ງຊື້ ກ່ອນວັກແຊງ ຊະນິດຕ່າງໆ. ປັດຈຸບັນ ມີວັກແຊງ ປ້ອງກັນໂຄວິດ-19 ປະມານ 10 ຊະນິດ ພວມໄດ້ຮັບການທົດລອງ ໃນທົ່ວໂລກ, ໃນນັ້ນ ມີ AstraZeneca ຂອງອັງກິດ, Sanofi ຂອງຝຣັ່ງ ແລະ ບັນດາບໍລິສັດຂອງ ສ.ອາເມລິກາ ຄື Pfizer, Novavax, Johnson & Johnson và Moderna.
ຮຽບຮຽງຂ່າວໂດຍ ສະໄຫວ
ເນື້ອໃນ: ຂປລ