ຈີນ ປະກາດສະຖານະການສຸກເສີນລະດັບ 4 ຈາກນ້ຳຖ້ວມ
ຕາມຂ່າວຈາກ ຊິນຮວາຂອງຈີນ, ຄະນະກຳມະການ ບັນເທົາໄພພິບັດ ແຫ່ງຊາດ ແລະ ກະຊວງຈັດການ ເຫດສຸກເສີນ ຂອງຈີນ ປະກາດ ໃຊ້ສະຖານະການ ສຸກເສີນ ລະດັບ 4 ຫລັງຈາກ ພາຍຸຝົນ ພັດເຂົ້າ ເມືອງກຸ້ຍໂຈວ ທາງຕາເວັນຕົກ ສ່ຽງໃຕ້ຂອງຈີນ ນັບຕັ້ງແຕ່ວັນທີ 8 ຫາ 14 ມິຖຸນາ

ເຫດນ້ຳຖ້ວມ ສົ່ງຜົນກະທົບ ຕໍ່ປະຊາຊົນ ປະມານ 438.000 ຄົນ ມີຜູ້ເສຍຊີວິດ ຢ່າງໜ້ອຍ 10 ຄົນ ແລະ ສູນ ຫາຍ 14 ຄົນ ຂະນະທີ່ ເຮືອນປະຊາຊົນ 100 ກວ່າຫລັງເປ້ເພ່ທັງໝົດ ແລະ ຫລາຍກວ່າ 8.000 ຫລັງໄດ້ຮັບຄວາມເສຍຫາຍ ຄິດເປັນມູນຄ່າ ປະມານ 880 ລ້ານຢວນ.