ລົດບັນທຸກແກັດລະເບີດຢູ່ຈີນ ເສຍຊີວິດເກືອບ 20 ຄົນ
ອ້າງຕາມຂ່າວ ປັກກິງຂອງ ຈີນ, ວັນທີ 14 ມິຖຸນາ, ລົດບັນທຸກແກັດ ລະບີດ ທີ່ບໍລິເວນ ຕາເວັນອອກສຽງໃຕ້ ຂອງປະເທດ ເຮັດໃຫ້ມີ ຜູ້ເສຍຊີວິດ 19 ຄົນ ແລະ ບາດເຈັບ 172 ຄົນ.

ລົດຄັນດັ່ງກ່າວ ບັນທຸກແກັດ ປິໂຕຣລ່ຽມແຫລວ ຫລື ແອລຈີພີ ລະເບີດຂື້ນທີ່ຈຸດ ທາງອອກຂອງ ທາງຫລວງ ທີ່ເມືອງໄທ່ໂຈວ ມົນທົນເຈີຈຽງ ຂອງຈີນ, ການລະເບີດ ເຮັດໃຫ້ເກີດ ແປວໄຟ ແລະ ຄວັນໄຟປີວ ຂື້ນສູ່ທ້ອງຟ້າ ແລະ ແຮງລະເບີດ ຍັງເຮັດໃຫ້ ເຮືອນຊານ, ໂຮງງານ ທີ່ຢູ່ໃກ້ຄຽງ ໄດ້ຮັບຄວາມ ເສຍຫາຍ. ສຳລັບສາເຫດຕົ້ນຕໍ ຂອງການລະເບີດ ໃນຄັ້ງນີ້ ພວມຢູ່ລະຫວ່າງ ການສືບສວນ ສອບ ສວນ ຂອງເຈົ້າໜ້າທີ່.
ເນື້ອໃນ: ຂປລ