ຈາກສາວໂຮງງານ ສູ່ເສດຖີພັນລ້ານ ເປັນຜູ້ຍິງທີ່ລວຍດ້ວຍຕົນເອງ

Zhou Qunfei ເປັນຜູ້ບໍລິຫານ (CEO)ຂອງLens Technologyເຊິ່ງຮັບຜະລິດແກ້ວແວ່ນໃຫ້ກັບຜະລິດຕະພັນລະດັບໂລກຄື:Tesla, Microsoft, Apple, Samsung, LG ແລະ Nokai.ປັດຈຸບັນ Zhou Qunfei ອາຍຸ 50 ປີ ໂດຍໃນປີ 2017 ລາວໄດ້ຮັບການຈັດອັນດັບຈາກ Forbes ວ່າເປັນຜູ້ຍິງທີ່ລວຍດ້ວຍຕົນເອງ ແລະ ລວຍທີ່ສຸດໃນໂລກ ແລະ ຫລ້າສຸດລາວມີມູນຄ່າຊັບສິນສຸດທິປະມານ 8.333 ຕື້ກວ່າໂດລາສະຫະລັດ.ແນວໃດກໍຕາມ, ກວ່າທີ່ຈະມາຮອດຈຸດນີ້ ເສັ້ນທາງຊີວິດຂອງລາວບໍ່ໄດ້ຖືກປູກໄວ້ຢ່າງງົດງາມ, ອຸປະສັກໃນຊີວິດຂອງ Zhou ເລີ່ມຂຶ້ນຕັ້ງແຕ່ກ່ອນທີ່ຈະມືນຕາເບິ່ງໂລກ ເນື່ອງຈາກວ່າກ່ອນທີ່ລາວຈະເກີດມາ, ພໍ່ທີ່ເຄີຍເປັນພະນັກງານທີ່ມີຝີມືໃນໂຮງງານ ກໍຕ້ອງມາພິການທາງສາຍຕາ ແລະ ເສຍນິ້ວມືໄປຈາກ

ອຸປະຕິເຫດ. ຕໍ່ມາເມື່ອ Zhou ອາຍຸໄດ້ 5 ປີ ກໍສູນເສຍແມ່ໄປອີກຄົນ ແລະ ຄອບຄົວຈຶ່ງຍິ່ງລຳບາກ ສິ່ງເຫລົ່ານີ້ເຮັດໃຫ້ໃນແຕ່ລະມື້ຄວາມຄິດທີ່ວົນວຽນຢູ່ກັບລາວກໍຄື “ຈະເຮັດແນວໃດ ຈຶ່ງຈະບໍ່ຕ້ອງອົດໃນມື້ຕໍ່ໄປ”. ເມື່ອ Zhou ອາຍຸໄດ້ 16 ປີ ລາວໄດ້ລາອອກຈາກໂຮງຮຽນ ແລະ ອອກມາເຮັດວຽກເປັນພະນັກງານຢູ່ໂຮງງານປະກອບເລນສ໌ແກ້ວໂມງ. ນອກນີ້ ຍັງເລືອກຈະຮຽນເພີ່ມວິຊາບັນຊີພາກຄ່ຳດ້ວຍຄວາມຝັນເລິກໆວ່າ “ໃນມື້ໜຶ່ງຈະຕ້ອງໄດ້ເປັນເຈົ້າຂອງທຸລະກິດຂອງຕົນເອງ”. Zhou ໃຊ້ເວລາເກັບເງິນຢູ່ຫລາຍປີ ຈົນໃນປີ 1993 ກໍສາມາດທ້ອນເງິນໄດ້ປະມານ 2.666 ກວ່າໂດລາ ຈຶ່ງລົງທຶນເປີດໂຮງງານທຳອິດຂອງຕົນເອງ ຜະລິດສິ່ງທີ່ຕົນມີປະສົບການຢູ່ແລ້ວນັ້ນກໍຄື ເລນສ໌ແກ້ວໂມງ ເຊິ່ງຈຸດເລີ່ມຕົ້ນຈາກໂຮງງານທີ່ມີຈຳນວນພະນັກງານບໍ່ຮອດ 10

ຄົນ ແລະ ທັງໝົດກໍເປັນຍາດຕິພີ່ນ້ອງຂອງຕົນ ໂດຍໃຊ້ເວລາອີກຫລາຍປີຂະຫຍາຍທຸລະກິດຈົນກາຍເປັນໂຮງງານທີ່ມີພະນັກງານຮອດຫລັກພັນຄົນ, ມາຮອດປີ 2003 ໂຮງງານຂອງ Zhou ກໍສາມາດເຊັນສັນຍາກັບ Motorol ໄດ້ຢ່າງສຳເລັດ.ເລື່ອງນີ້ກາຍເປັນຄວາມທ້າທາຍຄັ້ງສຳຄັນ ເນື່ອງຈາກຄູ່ແຂງທີ່ Zhou ສາມາດເອົາຊະນະຈົນປະມູນສັນຍານີ້ໄດ້ ຮູ້ສຶກບໍ່ພໍໃຈຈຶ່ງຮ່ວມມືກັບບໍລິສັດ ຊັບພຣາຍເອີ ແລະ ພະຍາຍາມບີບໃຫ້ Zhou ບໍ່ສາມາດສົ່ງມອບງານໄດ້ ແລະ ບັງຄັບໃຫ້ລາວຕ້ອງໃຊ້ເງິນສົດຈ່າຍຄ່າວັດຖຸທັງໝົດກ່ອນຈຶ່ງຈະຍອມສົ່ງເຄື່ອງໃຫ້ ເຊິ່ງໃນຕອນນັ້ນ Zhou ກໍໄດ້ຂາຍຊັບສິນທີ່ມີຄ່າສ່ວນຕົວໄປຫລາຍຢ່າງ ລວມທັງເຮືອນທີ່ອາໄສຢູ່ ແຕ່ເງິນທີ່ໄດ້ມາກໍຍັງບໍ່ພໍກັບຄ່າວັດຖຸດັ່ງກ່າວ.ຂະນະດຽວກັນ, Zhou ຮູ້ສຶກໝົດຫວັງທີ່ສຸດຈົນຢາກໜີຫາຍໄປຈາກ

ສະຖານະການນີ້ ແຕ່ສິ່ງທີ່ດຶງສະຕິຂອງລາວໄວ້ກໍຄືໂທລະສັບຈາກລູກສາວທີ່ໂທເຂົ້າມາພໍດີ ຈຶ່ງເຮັດໃຫ້ຮັບຮູ້ເຖິງພາລະໜ້າທີ່ ທີ່ຕ້ອງຮັບຜິດຊອບຄົນຂ້າງຫລັງອີກເປັນຈຳນວນຫລາຍ. ສຸດທ້າຍຈຶ່ງຕັດສິນໃຈຂໍຄວາມຊ່ວຍເຫລືອຈາກ Motorola ແລະ ສາມາດລອດພົ້ນຈາກບົດທົດສອບນີ້ໄປໄດ້ຈົນໃນທີ່ສຸດ.ໃນປີ 2015 ບໍລິສັດ Lens Technology ຂອງ Zhou ກໍສາມາດເຂົ້າຈົດທະບຽນໃນຕະຫລາດຫລັກສັບ, ປັດຈຸບັນ ບໍລິສັດ ມີມູນຄ່າປະມານ 11.333 ຕື້ໂດລາ, ມີພະນັກງານເກືອບ 2 ແສນຄົນ ແລະ ຍອດຂາຍໃນປີ 2019 ໄດ້ຫລາຍກວ່າ 4.333 ຕື້ໂດລາ ເຊິ່ງເຫັນໄດ້ເຖິງການເຕີບໃຫຍ່ຢ່າງຕໍ່ເນື່ອງໃນຊ່ວງຫລາຍປີຜ່ານມາ.ປັດຈຸບັນ ມີສິນຄ້າຄວບຄຸມນັບແຕ່ໜ້າຈໍໂທລະສັບມືຖື, ແທັບເລັບ, ຄອມພິວເຕີ, ເລນສ໌ກ້ອງ ໄປຈົນຮອດແກ້ວແວ່ນສຳລັບການ

ສະແກນລາຍນິ້ວມື ແລະ ລະບົບສຳຜັດ ເຊິ່ງອາດເອີ້ນໄດ້ວ່າເປັນບໍລິສັດວິໄຈພັດທະນາ ແລະ ຜະລິດສິນຄ້າທີ່ກ່ຽວຂ້ອງກັບເລນສ໌ ເຊິ່ງຖືວ່າຈະເປັນສິ່ງທີ່ຈຳເປັນຕໍ່ມະນຸດຫລາຍຂຶ້ນເລື້ອຍໆ.ຖ້າເຮົາເບິ່ງຮູບ Zhou ໃນມື້ນີ້ເຮົາອາດເຫັນພຽງແຕ່ຜູ້ຍິງເກັ່ງທີ່ປະສົບຜົນສຳເລັດ, ແຕ່ແທ້ຈິງແລ້ວກວ່າຈະມາຮອດຈຸດນີ້ໄດ້ຊີວິດຂອງລາວກໍຜ່ານບົດທົດສອບມາຫລາຍສິ່ງຫລາຍຢ່າງ ເຊິ່ງສິ່ງສຳຄັນທີ່ເຮັດໃຫ້ Zhou ມາຮອດຈຸດນີ້ໄດ້ກໍຄືຄວາມອົດທົນ ໂດຍສະເພາະໃນຊ່ວງເວລາທີ່ທຸກຍາກລຳບາກ “ຖ້າເຮົາເດີນທາງມາໄດ້ເຄິ່ງທາງແລ້ວ ເຮົາຄົງບໍ່ກ້າທີ່ຈະກັບໄປເລີ່ມຕົ້ນໃໝ່ອີກຄັ້ງ. ດັ່ງນັ້ນ, ຖ້າເຮົາພົບອຸປະສັກໃດໆຈົ່ງອົດທົນ ແລະ ສູ້ຕໍ່ໄປ ແລະ ຄວາມອົດທົນນີ້ກໍຈະພາໃຫ້ເຮົາໄປສູ່ຄວາມສຳເລັດໄດ້ໃນທີ່ສຸດ”ນີ້ແມ່ນຄຳກ່າວຂອງ Zhou Qunfei ເປັນຜູ້ບໍລິຫານ (CEO) ຂອງ Lens Technology ເພື່ອເຕືອນໃຈຕົນເອງ ແລະ ພະນັກງານບໍລິສັດ.