ເລືອກຜົວ ບົດຄວາມທີ່ຜູ້ຍິງຄວນອ່ານ!

ການທີ່ຍິງສາວຄົນໜຶ່ງຈະໄດ້ພົບກັບຜູ້ຊາຍດີໆຄົນໜຶ່ງນັ້ນບໍ່ຈຳເປັນທີ່ລາວຈະຕ້ອງມີຄວາມເປັນຜູ້ໃຫຍ່ພຽງພໍເພາະເມື່ອໃດລາວມີຄວາມເປັນຜູ້ໃຫຍ່ພຽງພໍ ສາມາດເພິ່ງພາຕົນເອງໄດ້ ນັ້ນກໍສະແດງວ່າລາວບໍ່ເຄີຍພົບຜູ້ຊາຍດີໆແມ້ແຕ່ຄົນດຽວ
ຈື່ໄວ້ໃຫ້ດີ ການເລືອກຊີວິດຄູ່ນັ້ນບໍ່ມີເງື່ອນໄຂໃດໆ ນອກຈາກເລືອກ ຄົນທີ່ເຂົາຮັກເຮົາບໍ່ວ່າເຂົາຈະມີເງິນຫຼາຍປານໃດມັກຊ່ວຍເຫຼືອຄົນອື່ນຫຼາຍປານໃດ

ຈະມີຄວາມສາມາດຫຼາຍພຽງໃດຈະສະຫຼາດພຽງໃດຈະຫຼໍ່ປານໃດຈະເວົ້າເກັ່ງແນວໃດ
ຖ້າເຂົາບໍ່ຮັກເຮົາກໍໄຮ້ປະໂຫຍດ
ຈິດຕະແພດກ່າວວ່າ ຕໍ່ໃຫ້ເຈົ້າຮັກຜູ້ຊາຍຄົນນັ້ນພຽງໃດ ຈຸດເລີ່ມຕົ້ນຂອງຄວາມຮັກເລີ່ມຈາກຜູ້ຊາຍ ຫາກຊາຍຄົນນັ້ນບໍ່ຮັກເຈົ້າເສຍລາວໄປຄືຄວາມຄຸ້ມຄ່າທີ່ສຸດ
ບໍ່ມີຄູ່ອາດຈະງຽບເຫງົາໄປແດ່ ແຕ່ສາມາດມີຄວາມສຸກໄດ້ເຈົ້າສາມາດທ່ອງທ່ຽວໄປທຸກແຫ່ງຫົນໄດ້ພຽງລຳພັງສາມາດເລືອກເອງວ່າຢາກໄປໃສ
ຄວາມເຫງົາຕອນໂສດບໍ່ເປັນຕາຢ້ານດັ່ງທີ່ຄິດສິ່ງທີ່ເປັນຕາຢ້ານກວ່າຄືເມື່ອມີຄູ່ຊີວິດແລ້ວເຫງົາຕ່າງຫາກ

ພໍ່ຄົນໜຶ່ງໄດ້ເຕືອນສະຕິລູກສາວວ່າຄົນບາງຄົນເໝາະສົມກັບລູກແຕ່ລາວບໍ່ໄດ້ຮັກລູກຄົນບາງຄົນຮັກລູກແຕ່ບໍ່ເໝາະສົມກັບລູກ
 ຫາກຢາກຮູ້ວ່າລາວຮັກລູກຫຼືບໍ່  ຢ່າໃຊ້ແຕ່ຫູຟັງແຕ່ຈົ່ງໃຊ້ຕາເບິ່ງ
ເບິ່ງວ່າເຂົາທຸ້ມເທກັບເຮົາພຽງໃດຫາກຢາກຮູ້ວ່າເໝາະສົມກັນຫຼືບໍ່ ຢ່າຕັດສິນວ່າເຂົາມີຫຍັງແດ່ແຕ່ຈົ່ງຕັດສິນທີ່ຮອຍຍິ້ມ ແລະນ້ຳຕາທີ່ເຈົ້າຫຼັ່ງໄປເພາະເຂົາ
 ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ສະເໝີ ເຖິງພຽບພ້ອມປານໃດກໍຢ່າເລືອກຝາກຊີວິດໄວ້ກັບເຂົາ
ຄົນທີ່ເຮັດໃຫ້ລູກຍິ້ມໄດ້ ຕໍ່ໃຫ້ຖານະຍາກຈົນພຽງໃດ ກໍຄຸ້ມຄ່າທີ່ຈະຝາກຊີວິດໄວ້
 ຈົ່ງເລືອກເມື່ອຍແຕ່ໄດ້ຫົວຍິ້ມ ດີກວ່າສຸກສະບາຍແຕ່ນັ່ງໄຫ້ທຸກມື້

เปิดกฎหมาย “ผัวเมีย” สมัยอยุธยา “ผัวมีอำนาจเหนือเมีย”

ຫາກການຄົບຫາເບິ່ງໃຈກັນ ລາວບໍ່ໄດ້ເຮັດໃຫ້ເຈົ້າດູດີຂຶ້ນໃນສາຍຕາຄົນອື່ນ ກໍຕ້ອງຂໍສະແດງຄວາມເສຍໃຈຫຼາຍໆ ເພາະເຈົ້າເລືອກຄົນຜິດແລ້ວ! ຜູ້ຊາຍບາງຄົນທີ່ຮັກເຈົ້າ ລາວຕ້ອງການໃຊ້ຊີວິດກັບເຈົ້າຕະຫຼອດໄປແຕ່ບາງຄົນຫວັງຮ່ວມຊີວິດພຽງຊົ່ວຄາວ ຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າທັງຊີວິດ ລາວອາດຈະບໍ່ໄດ້ຊື້ສິ່ງຂອງ ຫຼືບອກຮັກທຸກມື້ແຕ່ລາວຈະພະຍາຍາມສ້າງເນື້ອສ້າງຕົວເພື່ອເຈົ້າ ແລະຄອບຄົວ

ຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າພຽງຊົ່ວຄາວລາວຈະໃຫ້ເຈົ້າທຸກຢ່າງທີ່ຕ້ອງການ ປານກັບວ່າ ຂາດເຈົ້າແລ້ວລາວຂາດໃຈ (ແຕ່ຄວາມຈິງບໍ່ມີໃຜຕາຍຍ້ອນຄວາມຮັກ ແຕ່ຕາຍຍ້ອນຄວາມຫຼົງ ແລະງົມງວາຍ)
ດັ່ງນັ້ນ ຜູ້ຊາຍດີໆຈະຄິດເຖິງການຮ່ວມຊີວິດແຕ່ຜູ້ຊາຍຊົ່ວໆຈະຄິດເຖິງແຕ່ການຮ່ວມຫຼັບນອນ
ສາວໆທັງຫຼາຍເອີ່ຍ!ຍິ່ງເຈົ້າຮັກຕົນເອງຫຼາຍເທົ່າໃດ ເຈົ້າກໍຍິ່ງມີຄຸນຄ່າຕໍ່ຕົນເອງ ແລະຄົນອື່ນຫຼາຍຂຶ້ນເທົ່ານັ້ນຢ່າເອົາອົກເອົາໃຈໃຜຈົນລືມຫ່ວງໄຍຕົນເອງ ຊີວິດບໍ່ໄດ້ຍືນຍາວຈົ່ງຈື່ໄວ້ ວ່າຮັກຕົນເອງຫຼາຍໆແດ່!