ເສັ້ນທາງດ່ວນ ວຽງຈັນ ວັງວຽງ ສໍາເລັດໄປແລ້ວ 70% ພ້ອມເປີດໃຊ້ງານ ຢ່າງເປັນທາງການ ໃນ ວັນຊາດ ທີ່ 2 ທັນວາ 2020 ນີ້

ປະຈຸບັນ ໄດ້ສໍາເລັດການປູຢາງຫມາກຕອຍ ຊັ້ນທໍາອິດ ສໍາເລັດແລ້ວ ຫຼາຍກ່ວາ 50 ກມ ແລະ ການເຈາະອຸໂມງ ເຂດພູພະ ກໍ່ໄດ້ສໍາເລັດສົມບູນແລ້ວ. ປະຈຸບັນ ອີກຫນຶ່ງໜ້າວຽກທີ່ດໍາເນີນການຢູ່ ຄືການຕິດຕັ້ງລະບົບໄຟຟ້າ ຕາມເສັ້ນທາງ ແລະ ໃນອຸໂມງ.

ໂຄງການເສັ້ນທາງດ່ວນ ວຽງຈັນ ວັງວຽງ ເລີ້ມຕົ້ນການກໍ່ສ້າງ ມາແຕ່ ທ້າຍປີ 2018 ແລະ ໃນເບື້ອງຕົ້ນ ຄາດວ່າ ຈະສໍາເລັດ ໃນທ້າຍປີ 2021, ແຕ່ ໃນຕົວຈິງ ແມ່ນຈະສ້າງສໍາເລັດ ໃນປີ 2020.

ເສັ້ນທາງດ່ວນດັງກ່າວ ເປັນເສັ້ນທາງ ຄູ່ຂະໜານ ມີຄວາມກ້ວາງ ໃນອຸໂມງ 900 ແມັດ. ລາຄາການບໍລິການໃຊ້ທາງດ່ວນ ແມ່ນ 550 ກີບຕໍ່ ກິໂລແມັດ ຫຼື ລວມທັງໝົດ 62,000 ກີບ ຈົນຮອດວັງວຽງ.

ລົງທຶນໂດຍ ນັກລົງທຶນຈາກປະເທດຈີນ ມີອາຍຸ ສໍາປະທານທັງໝົດ 50 ປີ, ມີມູນຄ່າການກໍ່ສ້າງທັງໝົດ 1.2 ຕື້ ໂດລ້າສະຫະລັດ, ໂດຍມີລັດຖະບານລາວຖືຫຸ້ນນໍາ 5%.

.

.

.

.

.

.

.

.

.

ແປຈາກ: VientianeTimes