ສິງກະໂປ ຈະທົດລອງໃຊ້ແອນຕີບໍດີປິ່ນປົວໂຄວິດ-19

ຕາມ​ຂ່າວ​ຈາກ​ສິງກະ​ໂປ, ​ໄທ​ຈັນ(Tychan)  ​ເປັນ​ບໍລິສັດ ​ເຕັກ​ໂນ​ໂລ​ຊີ ຊີວະ​ພາບ ທີ່​ໄດ້​ຮັບ​ການ ​ສະໜັບສະໜູນ ​ໂດຍ​ເທ​ມາ​ເສກ(Temasek) ບໍລິສັດ​ລົງທຶນ​ ຂອງ​ທາງ​ການ​ສິງກະ​ໂປ ຈະ​ເລີ່​ມທົດ​ລອງ ໃນ​ອາທິດ​ໜ້າ ​ດ້ວຍ​ການ​ນຳ​ໃຊ້ ​ໂມ​ໂນ​ໂຄລ ນໍລ ​ແອນ​ຕີ​ບໍດີ(Monoclonal antibodies) ປິ່ນປົວ​ຜູ້​ຕິດ​ເຊື້ອ​​ໂຄ​ວິດ-19 ​ໄລຍະ​ທຳ​ອິດ ກັບ​ອາສາ​ສະໝັກ ທີ່​ມີສຸຂະພາບ ​ແຂງ​ແຮງ ​ 23 ຄົນ ​ໃຊ້​ເວລາ 6 ອາທິດ ​ເພື່ອ​ປະ​ເມີນ ​ຄວາມ​ປອດ​ໄພ ​ແລະ ຄວາມ​ທົດ ​ຕໍ່​ຢາ​ຂອງ ທີ​ວາຍ 027(TY027) ​ເຊິ່ງ​ເປັນໂມ​ໂນ​ໂຄລ ນໍລ ​ແອນ​ຕີ​ບໍດີ ທີ່​ສາມາດ​ຈັບ​ເຊື້ອ​ພະຍາດ ຊາສ(SARS-CoV-2) ທີ່​ເປັນສາ​ເຫດ​ຂອງ​ໂຄ​ວິດ-19 ​ແຕ່​ຖ້າ​ຫາກ​ຜ່ານ​ ການ​ທົດ​ລອງ ​ໄລຍະ​ທຳ​ອິດ ທາງ​ບໍລິສັດ ​ຈະ​ຂໍອະນຸຍາດ ​ທາງ​ການ​ຂະຫຍາຍ​ ການ​ທົດ​ລອງ​ ກັບ​ອາສາ​ສະໝັກ ຈຳນວນ​ຫລາຍ​ຂຶ້ນ ​ກວ່າ​ເກົ່າ ​ເພື່ອ​ຫາ ​ປະສິດທິພາບ ​ໃນ​ການ​ປິ່ນປົວ ​ໂຄ​ວິດ-19 ຕໍ່​ໄປ.

ສຳລັບ ໂມ​ໂນ​ໂຄລ ນໍລ ​ແອນ​ຕີ​ບໍດີ ຈຳລອງ​ ການ​ເຮັດ​ວຽກ​ຂອງ ​ແອນ​ຕີ​ບໍດີ ຫລື ສານ​ພູມ​ຕ້ານ​ທານ ທຳ​ມະ​ຊາດ ທີ່​ຮ່າງກາຍ ສ້າງ​ຂຶ້ນ ​ເພື່ອ​ຕໍ່ສູ້​ກັບ​ ການ​ຕິດ​ເຊື້ອ ສາມາດ​ແຍກ ​ແລະ ຜະລິດ​ຊ້ຳ ​ເປັນ​ຈຳນວນ​ຫລາຍ ​ເພື່ອ​ປິ່ນປົວ​ພະຍາດ. ນັກວິ​ໄຈ ​ເຊື່ອ​ວ່າ ການ​ປິ່ນປົວ​ດ້ວຍ ​ແອນ​ຕີ​ບໍດີ ​ເປັນຄວາມ​ຫວັງ ຢ່າງ​ຍິ່ງ​ໃຫຍ່ ​ໃນ​ການ​ປິ່ນປົວ ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19. ຂະນະ​ທີ່ ພວມ​ສຶກສາ ທີ​ວາຍ 027 ວ່າ​ຈະ​ສາມາດ ຫລຸດຜ່ອນ​ ການ​ລຸກລາມ​ ຂອງ​ເຊື້ອ​ພະຍາດ ​ແລະ ຊ່ວຍ​ຜູ້​ຕິດ​ເຊື້ອ​ ຟື້ນ​ຕົວ​ໄວ​ຂຶ້ນ ຫລື​ບໍ່ນັ້ນ ຕ້ອງ​ເພີ່ມ​ການ​ວິ​ໄຈ​ ໃນ​ຕໍ່ໜ້າ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

ເນື້ອໃນ: ຂປລ