ສ.ອາເມລິກາ ກຽມເປີດສະຖານກົງສຸນໃນ​ເມືອງອູຮັ້ນຄືນໃໝ່

ຕາມ​​ເວັບ​ໄຊ CNN ຂອງ ສ.ອາ​ເມ​ລິ​ກາ ລາຍ​ງານ​ວ່າ: ກະຊວງ​ການ​ຕ່າງປະ​ເທດ ສ.ອາ​ເມ​ລິ​ກາ ກຽມ​ເປີດສະຖານ​ກົງສຸນ ສ.ອາ​ເມ​ລິ​ກາ ປະຈຳ ​ເມືອງອູ​ຮັ້ນ​ ຂອງ​ຈີນ ຄືນ​ໃໝ່ ​ໃນ​ວັນ​ທີ 22 ມິຖຸນາ​ນີ້ ພາຍຫລັງ​ ກະຊວງ​ການ​ຕ່າງປະ​ເທດ ສ.ອາ​ເມ​ລິ​ກາ ສັ່ງ​ຖອນ​ເຈົ້າໜ້າ​ທີ່​ກົງສຸນ ​ແລະ ຄອບຄົວ ອອກ​ຈາກ​ເມືອງ​ອູ​ຮັ້ນ ​ເມື່ອ​ທ້າຍ​ເດືອນ ​ມັງກອນ​ ທີ່​ຜ່ານ​ມາ ຫລັງ​ຈາກ ລັດຖະບານ​ຈີນ ອອກ​ມາດ​ຕະການ​ ປິດ​ເມືອງ ​ເພື່ອ​ຄວບ​ຄຸມ​ ການ​ແຜ່​ລະບາດ ​ຂອງ​ເຊື້ອ​ພະຍາດ ​ໂຄ​ວິດ-19.

ປັດຈຸບັນ ມີ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ທົ່ວ​ໂລກກວ່າ 7ລ້ານ​ຄົນ ​ແລະ ​ເສຍ​ຊີວິດ​ກວ່າ 410.000 ຄົນ.

ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ

ເນື້ອໃນ: ຂປລ