ເຕືອນ….! ຖ້າບໍ່​ຢາກ​ຕາຍ​ໄວ​ຕ້ອງ​ເບິ່ງ ຢ່າ​ກິນໝີ່ ກັບ​ສິ່ງ​ນີ້!

ອາຫານ​ທີ່​ແສນ​ຈະ​ສະ​ດວກ​ວ່ອງໄວ​ ແລະ​ ແສນ​ຖືກ​ຄື​ “​ໝີ່​ເຄິ່ງ​ສຳ​ເລັດ​ຮູບ​” ຈະ​ມີ​ພິດ​ໄພຫລາຍ​ຂະໜາດ​ນີ້​ບໍ​? ພຽງ​ແຕ່ກິນ​ໝີ່​ເຄິ່ງ​ສຳ​ເລັດ​ຮູບ​ກັບ​ “ນ້ຳ​ອັດ​ລົມ​” ຈະ​ເກີດ​ຜົນ​ເສຍ​ຫຍັງ​ໄປ​ເບິ່ງ​ກັນ​…

ທີ່​ເມືອງ​ຫາງ​ໂຈ​ ປະເທດ​ຈີນ​ ຜູ້​ຊາຍ​ຄົນ​ໜຶ່ງ​ຕ້ອງ​ເຂົ້າ​ຮັບ​ການ​ຮັກສາ​ສຸກ​ເສີນ​ເນື່ອງ​ຈາກ​ປວດ​ທ້ອງ​ຫລາຍ​ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ກໍ່ການ​ເອັກ​ສະເລຍ ກໍ​ພົບ​ວ່າ​ກະເພາະ​ຂອງ​ທ່ານ​ ຂະຫຍາຍ​ຕົວ​ຫລາຍ​ຜິດ​ປົກກະຕິ​ ຈຶ່ງ​ຕັດ​ສິນ​ໃຈ​ຕໍ່​ທໍ່​ເພື່ອ​ນຳ​ລົມ​ພາຍ​ໃນ​ກະເພາະ​ອອກ​ມາ​ ແລະ​ຍັງ​ພົບ​ກັບ​ຂອງ​ແຫຼວ​ທີ່​ໜຽວ​ຂົ້ນ​ແລະ​ເສດ​ອາຫານ​ຕິດ​ຢູ່​ຂ້າງ​ໃນ​ອີກ​ດ້ວຍ​

ຊາຍ​ໜຸ່ມ​ຜູ້​ນີ້ກ່າວ​ວ່າ​ ກ່ອນ​ນອນ​ ທ່ານໄດ້​ກິນ​ໝີ່​ເຄິ່ງ​ສຳ​ເລັດ​ຮູບ​ ແລະ​ ນ້ຳ​ອັດ​ລົມ​ ແລ້ວ​ເຂົ້າ​ນອນ​ຕາມ​ປົກກະຕິ​ ແຕ່​ວ່າ​ທ່ານ​ນອນ​ບໍ່​ຫຼັບ​ຮູ້ສຶກ​ແໜ້ນ​ທ້ອງ​ຫຼາຍ​ ເຊົ້າ​ມື້​ຕໍ່​ມາ​ອາການ​ປວດ​ທ້ອງ​ກໍ່​ຫລາຍ​ຂຶ້ນ​ເລື່ອຍ​ໆ​.ຊຶ່ງ​ໝໍ​ໄດ້​ຟັງ​ຄຳ​ຕອບ​ຂອງ​ຊາຍ​ໜຸ່ມ​ ຈຶ່ງ​ໄດ້​ກ່າວ​ວ່າ​ ວັດ​ຖຸ​ດິບ​ໃນ​​ໝີ່​ສຳ​ເລັດ​ຮູບ​ເມື່ອ​ປະ ສົມ​ເຂົ້າ​ກັບ​ນ້ຳ​ອັດ​ລົມ​ຈະ​ເຮັດໃຫ້​ພາຍ​ໃນ​ກະເພາະ​ອາຫານ​ເກີດ​ແກສ​ຄາບອນ​ໄດ​ອອກ​ໄຊ​​ເປັນ ​ຈຳນວນ​ຫລາຍ​ ເສັ້ນ​​ໝີ່​ເມື່ອ​ທັງຫມົດ​ກັນ​ກັບ​ມັນ​​ຈະ​ເຮັດໃຫ້​ເປັນ​ເສດ​ຕະ​ກອນ​ທີ່​ໜຽວຂົ້ນ​ ແລະ​ ເປັນ​ເພາະ​ວ່າ​ໃນ​ຊ່ວງ​ທີ່​ຫຼັບ​ກະເພາະ​ແລະ​ລຳ​ໄສ້​ຈະ​ເຮັດວຽກ​ ຊ້າລົ​ງ​ຈຶ່ງ​ເຮັດໃຫ້​ເກີດ​ແກສສະ​ສົມ​ເປັນຈຳນວນ​ຫລາຍ​ຈົນ​ເຮັດໃຫ້​ເກີດ​ພາ​ວະ​ກະເພາະ​ຂະຫຍາຍ​ຕົວ​ຮຸນແຮງ.​

ຫາກ​ບໍ່​ເຊື່ອ​ວ່າ​ການ​ກິນ​ສອງ​ຢ່າງ​ນີ້​ ນຳກັນ​ຈະ​ເກີດ​ອາການ​ນີ້​ແທ້ໆ​ ເຮົາ​ໄດ້​ນຳ​ພາບ​ການ​ທົດລອງ​ມາ​ໃຫ້​ເບິ່ງ​ ໂດຍ​ຈະ​ນຳ​ບະ​ໝີ່​ສຳ​ເລັດ​ຮູບ​ພ້ອມ​ເຄື່ອງ​ປຸງ​ນຳ​ໃສ່​ຖົງ​ ແລ້ວ​ເທ​ນ້ຳ​ອັດ​ລົມ​ເຂົ້າໄປ​ແລ້ວ​ຄ່ອຍ​ປິດ​ຖົງ​ໄວ້​ ຈາກ​ນັ້ນ​ບໍ່​ດົນ​ຖົງ​ຈະ​ຄ່ອຍ​ໆ​ ພອງ​ຂຶ້ນ​ແລະ​ຍັງ​ຂະ ຫຍາຍ​ຕົວ​ຂຶ້ນ​ເລຶ່ອຍ​ໆ​ຈົນ​ຖົງ​ແທບ​ຈະ​ລະ​ເບີດ.​