ແອຣເອເຊຍ ຫລຸດພະນັກງານ 30%

ສຳນັກຂ່າວ ນິກເຄອີເອຊຽນຣີວີວ ລາຍງານວ່າ,  ແອຣເອເຊຍກຣຸບ ເປັນ ສາຍການບິນ ລາຄາ ປະຢັດ ທີ່ສຸດ ໃນອາຊີ ຕາເວັນອອກສ່ຽງໃຕ້ ເປີດເຜີຍ ວ່າ ພວມປັບຫລຸດ ພະນັກງານລົງ ປະມານ 30% ຂອງ ຈຳນວນ ພະນັກງານ ທັງໝົດ ເພື່ອຫລຸດຜ່ອນ ຄ່າໃຊ້ຈ່າຍ ສຳລັບ ການ ຮັກສາ ສະພາບຄ່ອງ ທາງການເງິນ.

ຂະນະດຽວກັນ ກໍພວມພິຈາລະນາ ຂາຍຫຸ້ນ ເພີ່ມເຕີມອີກ 10% ເພື່ອລະດົມທຶນ ເພີ່ມລາຍໄດ້ ໃຫ້ແກ່ ສາຍການບິນ  ອີກດ້ວຍ ພາຍຫລັງສາຍການບິນຕ່າງໆ ໃນທົ່ວໂລກ ໄດ້ຮັບຜົນກະທົບ ຢ່າງໜັກ ຈາກການ ແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ ອຸດສາຫະກຳ ການທ່ອງທ່ຽວ ແລະ ການເດີນທາງ.

ການປັບຫລຸດ ພະນັກງານ ດັ່ງກ່າວ ຈະປະກອບ ດ້ວຍຕຳແໜ່ງ ນັກບິນ ແລະ ພະນັກງານ ຢູ່ເທິງເຮືອບິນ ໂດຍກວມເອົາ ອັດຕາສ່ວນ 60% ໂດຍຈະປັບຫລຸດ ພະນັກງານ  ທັງໃນສ່ວນ ຂອງ ສາຍການບິນ ແອຣເອເຊຍ ແລະ ແອຣເອເຊຍເອັກຊ ຊື່ງປັດຈຸບັນ ມີພະນັກງານ ຫລາຍກວ່າ 20.000 ຄົນ ໄດ້ຮັບ ການປະເມີນ ລາຍບຸກຄົນ ຕາມຖານ ການເງິນເດືອນ ແລະ ຜົນການ ປະຕິບັດງານ ນັບແຕ່ແຕ່ເດືອນ ມັງກອນ ທີ່ຜ່ານມາ ແລະ ຄາດວ່າ ຂະບວນການ ປັບຫລຸດ ພະນັກງານ ຈະດຳເນີນການ ໄປຈົນເຖິງທ້າຍເດືອນກໍລະກົດນີ້.

ເນື້ອໃນ: ຂປລ