ຈະຜ່ານຜ່າ “ຄວາມເຈັບປວດ”ໄປໄດ້ແນວໃດຕ້ອງອ່ານ ປື້ມເຫຼັ້ມທຳອິດຂອງ ຄູບາ ສອນໄຊ

ເວົ້າເລື່ອງພອນສະຫວັນ ແລະ ພອນສະແຫວງ ຄົນທຸກຄົນຍ່ອມມີຢູ່ແລ້ວ ຕ່າງແຕ່ວ່າໃຜຈະຖະໜັດດ້ານໃດເທົ່ານັ້ນ ດັ່ງຄູບາທ່ານນີ້ ທີ່ມີປະຫວັດທີ່ໜ້າຕິດຕາມ, ເພິ່ນເປັນຜູ້ທີ່ເວົ້າມ່ວນມີວາທະສິນ ແລະຍັງມີຄວາມສາມາດເລື່ອງການຂີດຂຽນອີກ!!!

ທີ່ກ່າວມານີ້ຄື ຄູບາ ສອນໄຊ ຄູນມະນີ ຜູ້ທີ່ມີວາທະສິນທາງການປາກເວົ້າ ເລົ່າເລື່ອງ, ບັນຍາຍຕາມໂຮງຮຽນຕ່າງໆ ທີ່ໄດ້ຮັບລາງວັນທີ 1 ໃນງານ “Speak for mom” ເວົ້າເພື່ອແມ່ ໃນວັນທີ 28 ກໍລະກົດ 2018.

ນອກຈາກນັ້ນ ເພິ່ນຍັງໄດ້ມີການເຄື່ອນໄຫວເປັນວິທະຍາກອນບັນຍາຍຕາມໂຮງຮຽນຕ່າງໆ ແລະ ຜ່ານການເຝິກອົບຮົມວັດທະນະທໍາສິນໄຊ ໃນການເຝິກອົບຮົມວັດທະນະທໍາລາວປີ 2018, ເຄີຍມີຜົນງານຮ່ວມເຫຼັ້ມໃນປື້ມ “ຄິດ ຄິດ” ໂດຍ ສີທອນ ໄທແກ່ນ.

ไม่มีคำอธิบายรูปภาพ

ຄູບາ ສອນໄຊ ໄດ້ໃຫ້ສໍາພາດວ່າ: ຕົນເອງແມ່ນມີຄວາມມັກຮັກໃນການອ່ານ, ສັງເກດ ແລະ ຈື່ຈໍາເຫດການ, ປະສົບການຕ່າງໆ ຫຼາຍໆເລື່ອງລາວທີ່ເກີດຂຶ້ນກັບຕົນ ແລະ ຄົນອ້ອມຂ້າງ ຈຶ່ງເຮັດໃຫ້ສາມາດຂີດຂຽນເປັນປຶ້ມ “ຄວາມເຈັບປວດ” ເປັນປື້ມເຫຼັ້ມທໍາອິດອອກມາ.

ຈາກການຜ່ານຜ່າອຸປະສັກຂອງຜູ້ຂຽນເອງ ທີ່ເສັ້ນທາງເດີນຂອງຊີວິດນັ້ນບໍ່ໄດ້ສວຍຫຼູ ບໍ່ໄດ້ປູດ້ວຍທາງຄອນກີດຄືກັບຫຼາຍຄົນ, ແຕ່ມັນເຕັມໄປດ້ວຍຂວາກໜາມອຸປະສັກຕ່າງໆໃນຊີວິດຜ່ານມາ ເວົ້າເຖິງບັນຫາ,ອຸປະສັກ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ມັນລ້ວນສົ່ງຜົນກະທົບຕໍ່ຊີວິດເຮົາ.

ไม่มีคำอธิบายรูปภาพ

ໃນເມືອເຮົາພົບມັນແລ້ວເຮົາກໍຕ້ອງຍອມຮັບ ແລະ ຮຽນຮູ້ຈາກມັນ, ປຶ້ນເຫຼັ້ມນີ້ຈະລວບລວມເລື່ອງລາວຂໍ້ຄິດ, ຄະຕິເຕືອນໃຈ, ການຜະເຊີນ ແລະ ການຍອມຮັບຄວາມຜິດຫວັງໃນຊີວິດ ການຮັບມືກັບຄວາມລົ້ມເຫຼວ ຈົນກາຍເປັນສິ່ງທີ່ພັກດັນໃຫ້ຊີວິດດຳເນີນຕໍ່ໄປໄດ້ຢ່າງລາບລື້ນ ໃນເວລາທີ່ເຮົາພົບພໍ້ບັນຫາເຮົາຄວນຈະມີມຸມມອງແນວໃດ? ແລ້ວເຮົາຈະຜ່ານມັນໄດ້ແນວໃດ? ຖ້າເຮົາອ່ານປຶ້ມເຫຼັ້ມນີ້ຈົບແລ້ວຈະໄດ້ຄຳຕອບ.

ໂດຍແຮງບັນດານໃນການຂຽນປື້ມຫົວນີ້ ກໍມາຈາກ ຄວາມເຈັບປວດ ຄົນເຮົາເມື່ອມີຄວາມຄິດຢາກເຮັດບາງສິ່ງບາງຢ່າງກໍເພາະວ່າມີ “ຄວາມເຈັບປວດ” ຕົວຢ່າງງ່າຍໆເມື່ອເຮົາເກີດຄວາມທຸກໃນໃຈ ເຮົາຕ້ອງໄປຫາເຮັດບາງສິ່ງບາງຢ່າງເພື່ອໃຫ້ຄວາມທຸກນັ້ນຫາຍໄປ

ในภาพอาจจะมี 1 คน, กำลังนั่ง, ตาราง และสถานที่ในร่ม

ເຊັ່ນວ່າ: ເຮົາຢາກໄປຫ້ອງນ້ຳກໍຍ້ອນເຮົາທຸກແລ້ວຢາກໄປຫ້ອງນ້ຳເພື່ອປົດທຸກ ສະນັ້ນການຂຽນປຶ້ມເຫຼັ້ມນີ້ແມ່ນເກີດມາຄວາມເຈັບປວດນັ້ນເອງ
ຜູ້ຂຽນເອງເຄີຍເຈັບປວດກັບບັນຫາຊີວິດມາກ່ອນ ສິ່ງທີ່ຂຽນແມ່ນສິ່ງທີ່ເຮົາເຄີຍເຈັບປວດມາກ່ອນ ເມື່ອຜ່ານມັນມາໄດ້ແລ້ວ, ກໍເກີດຄວາມຮູ້ສຶກວ່າ ເຮົາຄົງຈະເຈັບປວດຫຼາຍກວ່ານີ້ ຖ້າຫາກເຮົາບໍ່ສາມາດເຮັດໃຫ້ຄົນທີ່ເຈັບປວດຄືເຮົາໃຫ້ຫາຍເຈັບ ນີ້ຄືແຮງບັນດານໃນການຂຽນປຶ້ມເຫຼັ້ມນີ້ !
ເຮົາຄົງຮູ້ກັນດີວ່າ “ສິ່ງໃດທີ່ມີຄຸນຄ່າໜ້ອຍ ສິ່ງໃດທີ່ອາດບໍ່ມີຄວາມໝາຍເລີຍ ເຮົາຍ່ອມໄດ້ມັນມາງ່າຍ ແຕ່ສິ່ງໃດທີ່ມີຄຸນຄ່າ ມີຄວາມໝາຍເຮົາຍ່ອມໄດ້ມັນມາຍາກເຢັນເຊັ່ນກັນ”

ไม่มีคำอธิบายรูปภาพ

ຜູ້ຂຽນໃຊ້ເວລາໜຶ່ງປີເຕັມໆໃນການຂຽນປຶ້ມເຫຼັ້ມນີ້ ກ່ອນທີ່ຈະອອກມາສູ່ສາຍຕາມວນຊົນໄດ້ ປຶ້ມທົ່ວໄປອາດຈະຂຽນດ້ວຍຄວາມຕັ້ງໃຈ ຄວາມພະຍາຍາມໃນການຂຽນ ແຕ່ປຶ້ມເຫຼັ້ມນີ້ຂ້າພະເຈົ້າຂຽນມັນດ້ວຍຊີວິດ ແລະ ກໍຫວັງວ່າຄົງຈະເປັນປະໂຫຍດຕໍ່ຜູ້ອ່ານບໍ່ໜ້ອຍ ທີ່ຈະໄດ້ຮັບຂໍ້ຄິດ,ຄະຕິເຕືອນໃຈ ເພື່ອໄປປັບໃຊ້ໃນຊີວິດປະຈຳວັນ.

ຄູບາ ສອນໄຊ ຄູນມະນີ ເກີດທີ່ບ້ານ ໄລກະທະ ເມືອງອາດສະພານທອງ ແຂວງສະຫວັນນະເຂດ, ຈົບຈາກມັດທະຍົມຕົ້ນທີ່ ມ ຕົ້ນ ໄລກະທະ, ຈົບໂຮງຮຽນ ມ ປາຍ ທີ່ ດົງເຫັນ. ປັດຈຸບັນກໍາລັງສຶກສາຢູ່ທີ່ວິທະຍາໄລສົງອົງຕື້ ສາຂາຄູອັກສອນສາດ ພາສາອັງກິດ ປີ 3.