ແຈກສູດ, ວິທີເຮັດຢໍ່ຈືນກິນເອງ
ຢໍ່ຈືນ, ຫຼື ພັນຢໍ່ ແອັດເຊື່ອວ່າ ຫຼາຍຄົນມັກ ເຊິ່ງເຮົາເອງສາມາດເຮັດເອງໄດ້ ຂັ້ນຕອນ, ສ່ວນປະກອບບໍ່ຍາກ ຫາຊື້ໄດ້ຕາມຕະຫຼາດ
ມື້ນີ້ເຮົາມາລອງ, ມາເຮັດຢໍ່ຈືນກິນ ໃນມື້ພັກຜ່ອນ, ເປັນຢໍ່ຈືນແບບງ່າຍໆ ເຮັດກິນໄດ້ໝົດເຮືອນ ເປັນກິດຈະກຳປະຈຳບ້ານ, ຫຼື ເຮັດເປັນອາຊີບກໍໄດ້ໃດ໊ນິ

.

ມາເຮັດສູດງ່າຍໆສະໄຕຣຄົວຈິບນ້ອຍ ຂອບໃຈຂໍ້ມູນ ແລະ ສູດ ຂໍແບ່ງປັນຕໍ່ເດີ້
ວິທີເຮັດ: ຊອຍຫົວຜັກບົ່ວໃຫ່ຍ,ເຫັດຫູໜູ, ເຜືອກ, ມັນຝຣັ່ງ, ແຄລ໋ອດ.

ເອືອບໝູສັບໃສ່ ເກືອ, ຄະນໍ, ພິກໄທ, ໄຂ່ ຄົນໃຫ້ເຂົ້າກັນ ເອົາເຄື່ອງທີ່ຊອຍລົງ

ແລະ ເສັ້ນລ້ອນ ຄົນໃຫ້ເຂົ້າກັນ

.

.

ເອົາແຜ່ນຢໍ່ມາຫໍ່ເລີຍ ແຜ່ນຢໍ່ຂອງແອດເປັນແຜ່ນຢໍ່ລາວເດີ້ ເລີຍໄດ້ເອົາມາຕັດ ໃຜສະດວກເອົາແຜ່ນຫວຽດມາຫໍ່ ກໍ່ໄດ້ເດີ້

.

ເອົານຳ້ເຊັດແຜ່ນຢໍ່ພໍໜາດໆ ພັນຕາມໃຈເລີຍ ມັກໃຫ່ຍນ້ອຍ ແຕ່ຢ່າເຮັດໃຫ່ຍຫຼາຍເດີ້ ດຽວບໍ່ສຸກ ແລ້ວນຳໄປທອດກິນນຳແຈ່ວຫວານເລີຍ

.

ພະຍາຍາມບໍ່ເຮັດໃຫ້ເຄື່ອງພັນມີນຳ້ຫຼາຍເດີ້ ເພາະເວລາພັນແຜ່ນຢໍ່ຈະແຕກ

ຈາກ: Jipnoii Cooking – ຄົວຈິບນ້ອຍ