ລົດຂົນຖ່ານຫີນ ປີ້ນທີ່ ເມືອງຕະໂອ້ຍ ເສຍຊິວິດ 1 ສາຫັດ 1

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ: ຕອນຄືນວັນທີ່ 5 ມິຖຸນາ 2020 ທີ່ຜ່ານມາ ເກີດເຫດລົດຂົນບໍ່ຖ່ານຫີນເສຍຫຼັກປີ້ນຢູ່ຄ້ອຍພູຫ້າຫຼັກ ເມືອງຕະໂອ້ຍ ແຂວງ ສາລະວັນ

ເຫດການຄັ້ງນີ້ແມ່ນເກີດຂຶ້ນໃນເວລາປະມານ 22:50-23:00 ຂອງວັນທີ່ 5 ມິຖຸນາ 2020 ມີຜູ້ໄດ້ຮັບບາດເຈັບ 1 ຄົນ ແລະ ເສຍຊີວິດ 1 ຄົນ, ເພດຊາຍທັງສອງ. ເປັນຄົນແຂວງສະຫວັນນະເຂດ, ສ່ວນພາຫະນະແມ່ນເປເພພໍສົມຄວນ

ສ່ວນຂໍ້ມູນການເກີດອຸບັດເຫດແມ່ນຍັງບໍທັນຮູ້ເທື່ອ. ເຈົ້າໜ້າທີ່ຈະກວດສອບຕໍ່ໄປ.

ເສຍໃຈກັບເຫດການຄັ້ງນີ້

Cr: Thien Ly