ຊາຍເສຍຊີວິດແຊ່ຢູ່ຮ່ອງໂດຍບໍ່ຮູ້ສາເຫດ ເຂດບ້ານໂນນຄ້ໍໃຕ້

ສະມາຄົມອາສາກູ້ໄພ ນະຄອນຫຼວງວຽງຈັນ 1624 ແຈ້ງໃຫ້ຮູ້ວ່າ ໃນວັນທີ 6 ມິຖຸນາ 2020 ເວລາ 18:18 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເສຍຊີວິດຢູ່ຮ່ອງໂດຍບໍ່ຮູ້ສາເຫດເຂດບ້ານໂນນຄ້ໍໃຕ້ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ1624 (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 1 ຄົນເປັນເພດຊາຍເປັນຄົນສະຕິບໍ່ດີປານໃດ. ໂດຍມີອາການເບື້ອງຕົ້ນແມ່ນ ອາການແຂງໂຕ.

ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງວຽງຈັນ ຈຶ່ງໄດ້ມ້ຽນຄາບສົບໃຫ້ ແລ້ວນຳສົ່ງໄປທີ່ວັດບ້ານໂນນຄໍ້ໃຕ້ ເພື່ອໃຫ້ພີ່ນ້ອງເຮັດພິທີຕາມທາງສາສະໜາ ຂໍສະແດງຄວາມເສຍໃຈນຳພີ່ນ້ອງຜູ້ເສຍຊີວິດ.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑