ໜັກໜ່ວງສຸດໆ!!ບຣາຊິລລະບາດໂຄວິດ-19 ໜັກ ຜູ້ຕິດເຊື້ອເພີ່ມສູງເປັນອັນດັບ 2​ ຂອງໂລກ.

ເມື່ອວັນທີ 4 ມິຖຸນາ 2020 ສໍານັກຂ່າວຣອຍເຕີ່ ແລະ ບີບີຊີ ລາຍງານວິກິດການລະບາດຂອງເຊື້ອໄວຣັດໂຄວິດ-19 ໃນບຣາຊິລ ຍັງຄົງເຂົ້າສູ່ສະພາວະວິກິດຢ່າງໜັກ ກະຊວງສາທາລະນະສຸກບຣາຊິລ ແຈ້ງເມື່ອວັນພຸດທີ່ຜ່ານມາພົບຜູ້ເສຍຊີວິດດ້ວຍໂຄວິດ-19 ໃນຊ່ວງທີ່ຜ່ານມາເຖິງ 1,349 ຄົນ ນັບວ່າເປັນສະຖິຕິຜູ້ເສຍຊີວິດຈາກໄວຣັດນີ້ຫຼາຍທີ່ສຸດພາຍໃນມື້ດຽວ ອີກທັງຍັງເປັນວັນທີ່ສອງຕິດຕໍ່ກັນແລ້ວທີ່ມີຜູ້ເສຍຊີວິດຈາກໂຄວິດ-19ຈຳນວນຫຼາຍໃນບຣາຊິລ ຂະນະທີ່ບີບີຊີລະບຸວ່າ ຜູ້ເຄາະຮ້າຍໃນບຣາຊິລກຳລັງເພີ່ມຂື້ນສູງ.

ຂະນະທີ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ໃນບຣາຊິລ ເພີ່ມຂື້ນອີກ 28,633 ຄົນ ເຮັດໃຫ້ຮອດເມື່ອວັນພຸດຈຳນວນຜູ້ເສຍຊີວິດໃນບຣາຊິລເພີ່ມເປັນ 32,548 ຄົນ ແລະ ຍອດສະສົມຜູ້ຕິດເຊື້ອຢູ່ທີ່ 584,016 ຄົນ ຫຼາຍເປັນອັນດັບອັນດັບ 2 ຂອງໂລກ ຮອງຈາກສາຫະລັດ ອາເມຣິກາ ທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດອັນດັບໜຶ່ງ 1,9 ລ້າຄົນ ແລະ ເສຍຊີວິດ 110,173 ຄົນ.

ເຊິ່ງອັບເດດລ່າສຸດມື້ນີ້ (05 ມິຖຸນາ 2020, ເວລາ 12:00) ທົ່ວໂລກມີຜູ້ຕິດເຊື້ອ 6,702,700 ຄົນ, ເສຍຊີວິດ 393,212 ຄົນ ແລະ ປິ່ນປົວດີແລ້ວ 3,251,595 ຄົນ.

ຂໍ້ມູນ: ໄທຣັດ.