ຖ້າໝູ່ບໍ່ເຍີ້ຍຢູ່ດອງໃນມື້ນັ້ນ ເຮົາຄົງບໍ່ໄດ້ແຕ່ງງານກັນໃນມື້ນີ້

ຊາວເນັດພາກັນແຊຕະພຶດຕະພື ວ່າ:  ຖ້າໝູ່ບໍ່ເຢີຍຢູ່ດອງມື້ນັ້ນ ຄືຊິບໍ່ໄດ້ມີກັນຮອດມື້ນີ້  ຂໍຂອບພໍ່ແມ່,ພີ່ນ້ອງ ແລະ ໝູ່ຄູ່ ທີ່ຮັກ ແລະ ເບີ່ງແຍ່ງພວກເຮົາຈົນມີມຶ້ນີ້ ຂໍອະໄພທີ່ບໍ່ຮອດບໍ່ເຖີງ  ແຕ່ມື້ງານແທ້ບັດຮອດທຸກຄົນເດີ ກ້ຽມຕົວຈັດເຕັມ

ນັບວ່າເປັນອີກຄູ່ ທີ່ພົມລິຄິດມາໃຫ້ຄູ່ກັນແທ້ໆ ນີ້ແຫຼະ ເພິ່ນວ່າຄູ່ກັນແລ້ວບໍ່ແຄ້ວກັນດອກ  ທາງໂຊຊຽວກໍ່ແຊສະນັ່ນ ພ້ອມກັບແຄັບຊັນວ່າ ປານໃດເດ້ຈະຮອດຄູ່ຂອງເຮົາ ເຖິງຢ່າໃດກໍ່ຕາມ ຫາກແມ່ນຄູ່ກັນແລ້ວ ເຖິງເວລາຂອງມັນແລ້ວ ມັນຈະນຳພາມາພົບກັນເອງ ບໍ່ຕ້ອງໂຫຍຫາ ໃຫ້ຄິດວ່າ ຖ້າແມ່ນຄູ່ ຖ້າຮອດເວລາ ມັນຈະມາເອງ.

ຈັ່ງໃດກໍ່ຍິນດີນຳສອງຄົນເດີ ທີ່ໄດ້ສົມຫວັງກັນແທ້ ແລະ ຂໍໃຫ້ຮັກກັນນານໆຈົນແກ່ເຖົ້າໄປນຳກັນເດີ

ມື້ໝູ່ເຍີ້ຍ
ມື້ແຕ່ງດອງ