ຄະນະຊ່ຽວຊານແພດຈີນສໍາເລັດໜ້າທີ່ຕ້ານໂຄວິດ-19 ແລະກັບປະເທດຈີນ

ວັນທີ 18 ພຶດສະພານີ້, ຄະນະຊ່ຽວຊານການແພດທີ່ລັດຖະບານ ສປ ຈີນຊ່ວຍເຫຼືອ ສປປ ລາວຕ້ານພະຍາດ COVID-19 ໄດ້ສໍາເລັດໜ້າທີ່ ແລ້ວເດີນທາງກັບເມືອຈີນໂດຍມີ ທ່ານບຸນແຝງ ພູມມະໄລສິ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍຄະນະໄປສົ່ງພວກເຂົາເຈົ້າທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ.

ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານໃນດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ. ໃນເວລາ 2 ອາທິດທີ່ປະຕິບັດໜ້າທີ່ຢູ່ລາວ, ພວກເຂົາເຈົ້າໄດ້ສໍາຫຼວດຄົ້ນຄວ້າຢູ່ໂຮງໝໍປິ່ນປົວ, ໂຮງໝໍພາກສະໜາມ, ຫ້ອງທົດລອງກວດພະຍາດ, ສະຖານທີ່ສັກຢາວັກແຊັງ, ສະຖານທີ່ກັກບໍລິເວນ ແລະອື່ນໆຫຼາຍກວ່າ 40 ໜ່ວຍງານ ເພື່ອເກັບກໍາຂໍ້ມູນ ພ້ອມແລກປ່ຽນຄໍາເຫັນທາງດ້ານວິຊາການກັບພາກສ່ວນທີ່ກ່ຽວຂ້ອງ

ໄດ້ຝຶກອົບຮົມວິຊາສະເພາະໃຫ້ແກ່ບຸກຄະລາກອນດ້ານການແພດ, ສາທາລະນະສຸກ ແລະຂະແໜງທີ່ກ່ຽວຂ້ອງຫຼາຍກວ່າ 20 ຄັ້ງ, ເປັນຕົ້ນແມ່ນການຄວບຄຸມການລະບາດຢູ່ໂຮງໝໍ, ການຈໍາແນກຄົນເຈັບອາການໜັກແລະອື່ນໆ; ອີງຕາມການປຶກສາຫາລືແລກປ່ຽນຂໍ້ມູນ, ການລົງໄປເຄື່ອນໄຫວເຮັດວຽກຕົວຈິງກໍຄືຂໍ້ສະເໜີຂອງຝ່າຍລາວ, ປະສົມປະສານກັບບັນດາມາດຕະການແລະວິທີການຄວບຄຸມການລະບາດພະຍາດໂຄວິດ-19, ໄດ້ສ້າງເປັນ “ການແນະນໍາວຽກງານການຊ່ວຍເຫຼືອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19” ພ້ອມຄໍາແນະນໍາການປ້ອງການຄວບຄຸມພະຍາດສະເພາະດ້ານລວມ 12 ສະບັບເພື່ອໃຫ້ຝ່າຍລາວພິຈາລະນາ. ນອກນັ່ນ, ພວກເຂົາຍັງໄດ້ຢ້ຽມຢາມພ້ອມຝຶກອົບຮົມຢູ່ບັນດາໂຄງການຮ່ວມມືຂອງສອງປະເທດລາວ-ຈີນ ແລະວິສາຫະກິດຈີນຢູ່ລາວເພື່ອໂຄສະນາຄວາມຮູ້ທີ່ກ່ຽວຂ້ອງ ແລະອື່ນໆ.

ເພື່ອຍ້ອງຍໍຜົນງານອັນພົ້ນເດັ່ນໃນການປະກອບສ່ວນຊ່ວຍເຫຼືອວຽກງານສາທາລະນະສຸກຂອງລາວ, ກ່ອນເດີນທາງກັບຈີນ, ທາງການລາວໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊ່ຽວຊານການແພດຈີນ 25 ທ່ານ, ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ເຂົ້າຮ່ວມເປັນສັກຂີພິຍານ ແລະທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ມອບ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຕີລາຄາສູງ ຕໍ່ການຊ່ວຍເຫຼືອຢ່າງທັນການຂອງ ສປ ຈີນໃນຄັ້ງນີ້ ກໍ່ຄືຫຼາຍຄັ້ງທີ່ຜ່ານມາ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດເຖິງຄວາມເປັນຫ່ວງເປັນໄຍ ແລະຄວາມເອົາໃຈໃສ່ຂອງ ພັກ, ລັດ ແລະປະຊາຊົນຈີນທີ່ມີຕໍ່ພັກ, ລັດ ແລະປະຊາຊົນລາວ ໃນຍາມທີ່ມີຄວາມຫຍຸ້ງຍາກທີ່ສຸດ. ພ້ອມກັນນີ້ຍັງສະແດງອອກແຈ້ງເຖິງຄວາມເປັນເພື່ອນມິດສະຫາຍອ້າຍນ້ອງທີ່ເປັນມູນເຊື້ອອັນເຫີງນານ, ທັງເປັນຄູ່ຮວມຍຸດທະສາດໝັ້ນຄົງຕາມທິດສີ່ດີ ໃນການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມລາວ-ຈີນ, ຈີນ-ລາວ ເຊິ່ງໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກນັບມື້ບໍ່ຢຸດຢັ້ງ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງລະຫວ່າງການທູດຂອງສອງປະເທດຄົບຮອບ 60 ປີ ແລະປີນີ້ຍັງເປັນປີມິດຕະພາບລາວ-ຈີນ ຈີນ-ລາວນໍາອີກ.

ຂ່າວ ແລະ ພາບ: CRI-FM93